ອີຣານຈັບຕົວບຸກຄົນທີ່ມີສ່ວນກ່ຽວຂ້ອງກັບເຫດການລະເບີດເມືອງເຄີມານ 11 ຄົນ

2024-01-06 14:41:56 CRI

 

ວັນທີ 5 ມັງກອນນີ້, ອົງການຂ່າວກອງອີຣານໄດ້ອອກຖະແຫຼງການວ່າ: ເຈົ້າໜ້າທີ່ປະຕິບັດກົດໝາຍຂອງອີຣານໄດ້ຈັບຕົວບຸກຄົນທີ່ມີສ່ວນຂ້ອງກັບເຫດການລະເບີດທີ່ເກີດຂຶ້ນຢູ່ເມືອງເຄີມານ 11 ຄົນ.

 

ຖະແຫຼງການຂຽນວ່າ: ຫຼັງຈາກເຫດການຫຼອນໂຈມຕີໄດ້ເກີດຂຶ້ນແລ້ວ, ອົງການຂ່າວກອງອີຣານໄດ້ສືບສວນເຖິງບຸກຄົນຂອງ“ກຸ່ມ IS” ທີ່ເປັນກຸ່ມຫົວຮຸນແຮງ, ແລະໄດ້ຮ່ວມມືກັບພາກສ່ວນປ້ອງກັນຄວາມໝັ້ນຄົງແລະຕຳຫຼວດ, ຈັບຕົວບຸກຄົນທີ່ມີສ່ວນກ່ຽວຂ້ອງກັບເຫດການລະເບີດເມືອງເຄີມານ 11 ຄົນຢູ່ 6 ແຂວງ. ປັດຈຸບັນໄດ້ຮູ້ຄັກວ່າໃນຜູ້ກໍ່ການຫຼອນໂຈມຕີແບບສະຫຼະຊີບ 2 ຄົນມີຄົນໜຶ່ງແມ່ນພົນລະເມືອງຂອງຕັດຈິກິດສະຖານ, ຖານະຂອງອີກຄົນໜຶ່ງຍັງບໍ່ທັນຮູ້ຄັກແນ່ເທື່ອ.