ອົງການ FAO: ສະເລ່ຍແລ້ວ ດັດຊະນີລາຄາອາຫານປີ 2023 ຫຼຸດລົງ 13,7%

2024-01-07 12:02:43 CRI

    ບົດລາຍງານທີ່ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO ເຜີຍແຜ່ໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ສະເລ່ຍແລ້ວ ດັດຊະນີລາຄາອາຫານປີ 2023 ໄດ້ຫຼຸດລົງ 13,7% ເມື່ອທຽບໃສ່ປີ 2022. ໃນອາຫານຊະນິດທັງໝົດ, ພຽງແຕ່ດັດຊະນີລາຄານ້ຳຕານສູງກວ່າປີ 2022, ນອກນັ້ນ ດັດຊະນີລາຄາຂອງເຂົ້າ ນ້ຳມັນພືດ ຜະລິດຕະພັນນົມ ແລະ ຊີ້ນລ້ວນແຕ່ໄດ້ຫຼຸດຕ່ຳລົງ.


    ໃນນັ້ນ, ດັດຊະນີລາຄາຂອງເຂົ້າ ນ້ຳມັນພືດ ແລະ ຜະລິດຕະພັນນົມໄດ້ຫຼຸດລົງຢ່າງເດັ່ງຊັດ, ເມື່ອທຽບໃສ່ປີ 2022 ຕ່າງກໍໄດ້ຫຼຸດລົງ 15,4% 32,7% ແລະ 16,6% ຕາມລຳດັບ.


 

    ສະເລ່ຍແລ້ວ ດັດຊະນີລາຄານ້ຳຕານແມ່ນ 145 ເຊິ່ງໄດ້ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ປີ 2022 ໂດຍໄດ້ສ້າງສະຖິຕິສູງສຸດນັບແຕ່ປີ 2011 ເປັນຕົ້ນມາ.


    ອົງການ FAO ແມ່ນເຜີຍແຜ່ດັດຊະນີອາຫານເດືອນລະເທື່ອ ເພື່ອສະແດງໃຫ້ເຫັນເຖິງການປ່ຽນແປງຂອງລາຄາສິນຄ້າປະເພດອາຫານທີ່ເປັນລະບົບໃນສາກົນ, ດັບຊະນີດັ່ງກ່າວປະກອບດ້ວຍຕົວເລກສະເລ່ຍທີ່ແບ່ງປັນມາດຕາສ່ວນດ້ານຄວາມສຳຄັນ (Weighted average) ຂອງດັດຊະນີລາຄາສິນຄ້າ 5 ປະເພດ ຄື: ເຂົ້າ ນ້ຳມັນພືດ ຜະລິດຕະພັນນົມ, ຊີ້ນ ແລະ ນ້ຳຕານບໍລິໂພກ.