ດານມາກຄາດວ່າຈະສະໜອງເຮືອບິນສູ້ຮົບ F-16 ໃຫ້ອູແກຣນໃນໄຕມາດທີ 2 ປີນີ້

2024-01-07 11:59:42 CRI

    ວັນທີ 6 ມັງກອນນີ້, ກະຊວງປ້ອງກັນປະເທດດານມາກອອກຖະແຫຼງການວ່າ: ອີງຕາມຕາລາງເວລາໃນປັດຈະບັນນີ້, ດານມາກຄາດວ່າຈະສະໜອງເຮືອບິນສູ້ຮົບ F-16 ຈຳນວນ 19 ລຳໃຫ້ແກ່ອູແກຣນໃນໄຕມາດທີ 2 ປີນີ້. ບັນຫາຕົ້ນຕໍໃນປັດຈຸບັນແມ່ນຕ້ອງສຳເລັດການອົບຮົມຕໍ່ນັກບິນຂອງອູແກຣນ.


 

    ເມື່ອທ້າຍປີ 2023, ອາເມຣິກາໄດ້ປະກາດວ່າ ອະນຸຍາດໃຫ້ດານມາກ ແລະ ໂຮນລັງສະໜອງເຮືອບິນສູ້ຮົບ F-16 ໃຫ້ອູແກຣນ. ທ່ານ ເຊີເກ ຣາຟໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍເຄີຍເຕືອນວ່າ: ຖ້າເຮືອບິນສູ້ຮົບ F-16 ທີ່ສາມາດບັນທຸກອາວຸດນິວເຄລຍນັ້ນປາກົດຕົວຢູ່ໃນອູແກຣນ, ຣັດເຊຍຈະຖືວ່າ ນີ້ເປັນການຂົ່ມຂູ່ດ້ານນິວເຄລຍຂອງຕາເວັນຕົກ.