ກອງທັບອາກາດອູແກຣນຫຼອນໂຈມຕີສະໜາມບິນທະຫານແຫ່ງໜຶ່ງຢູ່ກຣືມດ້ວຍລູກສອນໄຟນຳວິຖີ

2024-01-07 14:39:31 cri

ວັນທີ 6 ມັງກອນນີ້, ທ່ານມີກຸລາ ໂອເລັສຊຸກ ຜູ້ບັນຊາການໃຫຍ່ກອງທັບອາກາດອູແກຣນໄດ້ເປີດເຜີຍຜ່ານທາງສື່ສັງຄົມອອນລາຍວ່າ: ກອງທັບອາກາດອູແກຣນໄດ້ຫຼອນໂຈມຕີໃສ່ສະໜາມບິນທະຫານແຫ່ງໜຶ່ງຂອງກອງທັບຣັດເຊຍຢູ່ກຣືມດ້ວຍລູກສອນໄຟນຳວິຖີໂດຍໄດ້ທຳລາຍສະຖານີບັນຊາການແຫ່ງໜຶ່ງຂອງກອງທັບຣັດເຊຍ.

 

ຂະນະດຽວກັນກອງທັບອາກາດອູແກຣນຍັງໄດ້ເປີດເຜີຍຕື່ມວ່າ: ເຮືອບິນສູ້ຮົບມີກ-31ຂອງຣັດເຊຍໄດ້ບິນຂຶ້ນສູ້ທ້ອງຟ້າ, ອູແກຣນກຳລັງຜະເຊີນໜ້າກັບໄພຂົ່ມຂູ່ຂອງການໂຈມຕີດ້ວຍລູກສອນໄຟນຳວິຖີ.

 

ກະຊວງປ້ອງກັນປະເທດຣັດເຊຍໄດ້ຢືນຢັນໃນມື້ດຽວກັນວ່າ: ຕອນຄ່ຳວັນທີ 5 ມັງກອນນີ້, ທະຫານຣັດເຊຍໄດ້ຍິງລູກສອນໄຟນຳວິຖີຂອງທະຫານອູແກຣນໃຫ້ຕົກ 4 ລູກຢູ່ທ້ອງຟ້າຂອງເຂດກຣືມ.