ອົງການການບິນສະຫະພັນອາເມຣິກາສັ່ງຢຸດຕິການບໍລິການຂອງເຮືອບິນໂບອິງ 737 MAX9 170ກວ່າລຳ

2024-01-07 14:57:32 cri

 

   ສື່ມວນຊົນອາເມຣິກາລາຍງານໃນວັນທີ 6 ມັງກອນນີ້ວ່າ: ພາຍຫຼັງເຮືອບິນໂດຍສານໂບອິງ 737 MAX9 ລຳໜຶ່ງຂອງບໍລິສັດການບິນອາລາສກາໄດ້ເກີດເຫດການທາງຂ້າງຫ້ອງເຮືອບິນເປ່ເພໃນຂະບວນການບິນ, ອົງການການບິນສະຫະພັນອາເມຣິກາໄດ້ສັ່ງໃຫ້ບໍລິສັດການບິນຕ່າງໆຢຸດຕິການບໍລິການຂອງເຮືອບິນໂບອິງ 737 MAX9 170ກວ່າລຳ. ຄຳສັ່ງຢຸດຕິການບໍລິການດ່ວນນີ້ຈະກະທົບເຖິງເຮືອບິນທີ່ກ່ຽວຂ້ອງປະມານ 171 ລຳໃນທົ່ວໂລກ.

 

   ຖະແຫຼງການຂອງບໍລິສັດການບິນອາລາສກາໄດ້ລະບຸວ່າ: ເຮືອບິນໂດຍສານໂບອິງ 737 MAX9 ຖ້ຽວ1282 ຂອງບໍລິສັດດັ່ງກ່າວໄດ້ບິນຈາກນະຄອນປອດແລນລັດໂອເຣໂກນໄປສູ່ນະຄອນອອນຕາຣີໂອລັດກາຣີໂຟເນຍ, ພາຍຫຼັງເຮືອບິນບິນຂຶ້ນບໍ່ດົນກໍເກີດອຸບັດເຫດ, ຊີ້ນສ່ວນໜຶ່ງຂອງຫ້ອງເຮືອບິນໂດຍສານໄດ້ຫຼຸດອອກຢູ່ເທິງທ້ອງຟ້າ.