ກອງທັບອິດສະຣາແອນກ່າວວ່າ: ກຳລັງທະຫານຂອງກຸ່ມຣາມັສຢູ່ພາກເໜືອເຂດກາຊາໄດ້ຖືກທຳລາຍ

2024-01-07 14:29:51 cri

 

ຕອນຄ່ຳວັນທີ 6 ມັງກອນນີ້, ທ່ານດັນນີເອວ ຮະກະຣິ ໂຄສົກກອງທັບປ້ອງກັນປະເທດອິດສະຣາແອນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກຳລັງທະຫານຂອງຂະບວນການຕໍ່ຕ້ານກັບອິດສະລາມິກ ຫຼືຮາມັສຂອງປາແລັດສະຕິນຢູ່ພາກເໜືອເຂດກາຊາໄດ້ຖືກທຳລາຍ.

 

ທ່ານຮະກະຣິກ່າວຕື່ມວ່າ: ທະຫານອິດສະຣາແອນໃຊ້ເວລາ 3 ເດືອນຈຶ່ງໄດ້ທຳລາຍອິດທິກຳລັງຂອງກຸ່ມຮາມັສຢູ່ພາກເໜືອເຂດກາຊາ, ແຕ່ອິດສະຣາແອນຍັງອາດຖືກໂຈມຕີໂດຍຈະຫຼວດເປັນບາງຄັ້ງຄາວຈາກພາກເໜືອເຂດກາຊາ. ປັດຈຸບັນນີ້, ສິ່ງທີ່ສຳຄັນຂອງທະຫານອິດສະຣາແອນແມ່ນທຳລາຍກຳລັງທະຫານຂອງກຸ່ມຮາມັສຢູ່ພາກກາງ ແລະພາກໃຕ້ເຂດກາຊາ.

 

ວັນທີ 6 ມັງກອນນີ້, ສະຖານີໂທລະພາບປາແລັດສະຕິນໄດ້ລາຍງານວ່າ: ກອງທັບອິດສະຣາແອນໄດ້ຖິ້ມລະເບີດໃສ່ຫຼາຍເຂດຂອງຄານຢູນິສພາກໃຕ້ເຂດກາຊາຢ່າງຮຸນແຮງເລີ່ມແຕ່ຕອນຮຸ່ງເຊົ້າຂອງມື້ດຽວກັນ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ. ກອງທັບອິດສະຣາແອນຍັງໄດ້ຫຼອນໂຈມຕີເມືອງກາຊາ ແລະພາກກາງເຂດກາຊາເປັນຫຼາຍຄັ້ງ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບຫຼາຍສິບຄົນ.