ໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ແຫຼມໂນໂຕຍີ່ປຸ່ນເຮັດໃຫ້ມີຜູ້ເສຍຊີວິດ 128 ຄົນ

2024-01-08 14:09:09 CRI

 

ອົງການປົກຄອງທ້ອງຖິ່ນແຂວງອິຊີຄະວະປະເທດຍີ່ປຸ່ນໄດ້ແຈ້ງຂ່າວວ່າ: ນັບມາຮອດເວລາ 9 ໂມງຂອງວັນທີ 7 ມັງກອນນີ້ຕາມເວລາທ້ອງຖິ່ນ, ໄພແຜ່ນດິນໄຫວຂະໜາດ 7,6 ລິກເຕີທີ່ເກີດຂຶ້ນຢູ່ເຂດໂນໂຕໄດ້ເຮັດໃຫ້ມີຜູ້ເສຍຊີວິດ 128 ຄົນ, ແລະມີປະມານ 560 ຄົນໄດ້ຮັບບາດເຈັບ.

 

ບົດລາຍງານໄດ້ອີງຕາມແຫຼ່ງຂ່າວຈາກກົມອຸຕຸນິຍົມຍີ່ປຸ່ນວ່າ: ຍ້ອນໄດ້ຮັບຜົນກະທົບຈາກມວນອາກາດເຢັນ, ຢູ່ເຂດໂຫຄູຣິຄູແລະແຂວງນິກາຕາທີ່ເປັນບໍລິເວນຈຸດສູນກາງສັ່ນສະເທືອນນັ້ນຍັງມີຫິມະຕົກຂະໜາດໃຫຍ່, ເຊິ່ງໄດ້ເຮັດໃຫ້ເສັ້ນທາງຢູ່ເໜືອສຸດຂອງແຫຼມໂນໂຕຖືກຕັດຂາດຍ້ອນເຫດການດິນເຈື່ອນແລະພັງລົງ, ຍັງບໍ່ຮູ້ໃຈວ່າເວລາໃດຈະໄດ້ຮັບການສ້ອມແປງຄືນໃໝ່, ວຽກງານການກູ້ໄພແລະການຊ່ວຍເຫຼືອແມ່ນຍັງບໍ່ທັນສາມາດເຂົ້າເຖິງໄດ້.

 

ວັນທີ 7 ມັງກອນນີ້, ແຂວງອິຊິຄະວະໄດ້ແຈ້ງຂ່າວວ່າ: ຍ້ອນວ່າໄພແຜ່ນດິນໄຫວໄດ້ເຮັດໃຫ້ເສ້ັນທາງຖືກຕັດຂາດແລະສາເຫດອື່ນໆ, ມີປະມານ 2.300 ຄົນຍັງຕົກຢູ່ໃນສະພາບການທີ່ບໍ່ທັນໄດ້ຮັບການຊ່ວຍເຫຼືອ.