ເຂດກາຊາມີຜູ້ເສຍຊີວິດຫຼາຍກວ່າ 22.800 ຄົນ

2024-01-08 14:44:35 cri

 

ຕົວເລກສະຖິຕິຫຼ້າສຸດທີ່ພາກສ່ວນສາທາລະນະສຸກເຂດກາຊາເປີດເຜີຍໃນວັນທີ 7 ມັງກອນນີ້ສະແດງໃຫ້ເຫັນວ່າ, ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ໃນວັນທີ 7 ຕຸລາປີ 2023 ເປັນຕົ້ນມາ, ຈຳນວນຜູ້ເສຍຊີວິດຂອງເຂດກາຊາເພີ່ມຂຶ້ນເປັນ 22.835 ຄົນ, ນອກນີ້ຍັງມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 58.416 ຄົນ. ພາກສ່ວນດັ່ງກ່າວກ່າວຕື່ມວ່າ: ກອງທັບອິດສະຣາແອນໄດ້ກໍ່ການໂຈມຕີ 12 ເທື່ອຕໍ່ເຂດກາຊາໃນເວລາ 24 ຊົ່ວໂມງຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 113 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 250 ຄົນ.

ນອກນີ້, ໜັງສືພິມອິດສະຣາແອນທາມສ໌ລາຍງານວ່າ, ວັນທີ 7 ມັງກອນນີ້, ທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນກ່າວໃນກອງປະຊຸມຄະນະລັດຖະບານວ່າ, ກ່ອນບັນລຸເປົ້າໝາຍທັງໝົດ, ອິດສະຣາແອນຈະບໍ່ຍຸດຕິການເຄື່ອນໄຫວທາງການທະຫານທີ່ແນໃສ່ອົງການຮາມາສຢູ່ເຂດກາຊາ.