ສອງພັກຂອງອາເມຣິກາເຊັນສັນຍາກ່ຽວກັບການໃຊ້ງົບເພື່ອຫຼີກລ່ຽງບໍ່ໃຫ້ລັດຖະບານປິດການເຮັດວຽກ

2024-01-08 11:35:28 CRI


     ວັນທີ 7 ມັງກອນນີ້, ທ່ານຈອນຊັນ ປະທານສະພາຕ່ຳອາເມຣິກາກ່າວວ່າ: ຜູ້ນຳຂອງສອງພັກລັດຖະສະພາອາເມຣິກາໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບສັນຍາໃຊ້ງົບປະມານ 1.590 ຕື້ໂດລາສະບັບໜຶ່ງໃນວັນທີ 7 ມັງກອນນີ້, ເພື່ອສ້າງເງື່ອນໄຂໃຫ້ແກ່ລັດຖະບານສະຫະລັດໃນການຫຼີກລ່ຽງບໍ່ໃຫ້ປິດການເຮັດວຽກສ່ວນໜຶ່ງໃນເດືອນນີ້.

     ສັນຍາສະບັບດັ່ງກ່າວໄດ້ວາງແຜນການງົບປະມານສຳລັບປີ 2024, ໃນນັ້ນ, ມີ 886 ຕື້ໂດລາຈະເປັນການໃຊ້ຈ່າຍດ້ານການປ້ອງກັນປະເທດ, ມີ 704 ຕື້ໂດລາຈະເປັນການໃຊ້ຈ່າຍນອກວຽກງານປ້ອງກັນປະເທດ.

     ສື່ມວນຊົນອາເມຣິກາກ່າວວ່າ: ເຖິງວ່າສັນຍາສະບັບດັ່ງກ່າວໄດ້ຊ່ວຍຫຼຸດຜ່ອນຄວາມອາດເປັນໄປໄດ້ທີ່ລັດຖະບານປິດການເຮັດວຽກ, ແຕ່ລັດຖະສະພາຍັງປະເຊີນໜ້າກັບການລົງຄະແນນສຽງພາຍໃນເວລາກຳນົດຢ່າງເຂັ້ມງວດເພື່ອຮັບຮອງສັນຍາສະບັບນີ້, ເພາະວ່າງົບປະມານທີ່ໄດ້ຮັບການຮັບຮອງກ່ອນໜ້ານີ້ເປັນພຽງແຕ່ສາມາດຮັກສາໃຫ້ອົງການລັດຖະບານສະຫະລັດຈຳນວນໜຶ່ງເຮັດວຽກຢ່າງເປັນປົກກະຕິຈົນຮອດວັນທີ 19 ມັງກອນນີ້ ແລະຮັກສາໃຫ້ອົງການລັດຖະບານອື່ນໆເຮັດວຽກຈົນຮອດວັນທີ 2 ກຸມພາປີນີ້.