PMI ຂອງຂະແໜງການປຸງແຕ່ງອາຊີໃນເດືອນທັນວາປີ 2023 ແມ່ນ 49,8% ຈັງຫວະການເຕີບໂຕຊ້າລົງ

2024-01-08 14:52:30 CRI


     ວັນທີ 6 ມັງກອນນີ້, ສະຫະພັນການຈໍລະຈອນແລະເກັບຊື້ສິນຄ້າຈີນໄດ້ເປີດເຜີຍຂໍ້ມູນໂດຍສະແດງໃຫ້ເຫັນວ່າ: ໃນເດືອນທັນວາປີ 2023, ດັດສະນີຜູ້ເກັບຊື້ດ້ານຂະແໜງການປຸງແຕ່ງ ຫຼື PMI ຂອງອາຊີແມ່ນ 49,8%, ຫຼຸດລົງ 0,5% ເມື່ອທຽບໃສ່ເດືອນທີ່ຜ່ານມາ ເຊິ່ງໄດ້ສິ້ນສຸດທ່ວງທ່າການເຕີບໂຕທີ່ສູງກວ່າ 50% ໃນ 11 ເດືອນລຽນຕິດ, ນີ້ສະແດງໃຫ້ເຫັນວ່າ, ຈັງຫວະການເຕີບໂຕຂອງຂະແໜງການປຸງແຕ່ງອາຊີໄດ້ຊ້າກວ່າເດືອນທີ່ຜ່ານມາ.

     ເມື່ອສັງເກດຈາກປະເທດທີ່ສຳຄັນຕ່າງໆແລ້ວເຫັນວ່າ: PMI ຂອງຂະແໜງການປຸງແຕ່ງຈີນ ຍີ່ປຸ່ນ ສ.ເກົາຫຼີ ແລະອິນເດຍລ້ວນແຕ່ໄດ້ຫຼຸດລົງໃນລະດັບທີ່ຕ່າງກັນ; ໃນບັນດາປະເທດສະມາຊິກອາຊຽນ, PMI ຂອງຂະແໜງການປຸງແຕ່ງໄທ ຟີລິບປິນ ແລະມຽນມາລ້ວນແຕ່ໄດ້ຫຼຸດລົງໃນລະດັບທີ່ຕ່າງກັນເມື່ອທຽບໃສ່ເດືອນທີ່ຜ່ານມາ, PMI ຂອງຂະແໜງການປຸງແຕ່ງອິນໂດເນເຊຍ ມາເລເຊຍ ແລະສິງກະໂປຍັງມີຄວາມໝັ້ນທ່ຽງໂດຍທຽບຖານ.