ໝໍ້ແປງເຂື່ອນໄຟຟ້ານິວເຄຼຍຊີຄາຍີ່ປຸ່ນແຕກຍ້ອນໄພແຜ່ນດິນໄຫວ ເຮັດໃຫ້ນ້ຳມັນຮົ່ວໄຫຼລົງສູ່ທະເລ

2024-01-09 15:01:18 CRI

 

ຂ່າວສານອາຊາຮີຊິມບູນຂອງຍີ່ປຸ່ນລາຍງານວ່າ: ໃນຕອນຄ່ຳຂອງວັນທີ 7 ມັງກອນນີ້, ບໍລິສັດພະລັງໄຟຟ້າໂຫຄູຣີຍີ່ປຸ່ນໄດ້ແຈ້ງຂ່າວວ່າ: ໄດ້ຢືນຢັນວ່າຢູ່ເທິງໜ້ານ້ຳທະເລຢູ່ບໍລິເວນເຂື່ອນໄຟຟ້ານິວເຄຼຍຊີຄາທີ່ແຂວງອິຊີຄະວະມີຄາບນ້ຳມັນ.

 

ການລາຍງານອ້າງວ່າ: ບໍລິສັດພະລັງໄຟຟ້າໂຫຄູຣີໄດ້ຄົ້ນພົບໃນການລົງກວດກາວ່າ: ພາຍຫຼັງໄດ້ເກີດໄພແຜ່ນດິນໄຫວຂະໜາດ 7,6 ລິກເຕີຢູ່ແຫຼມໂນໂຕໃນວັນທີ 1 ມັງກອນນີ້ແລ້ວ, ໝໍ້ແປງຂອງເຂື່ອນໄຟຟ້ານິວເຄຼຍໄດ້ຮັບຄວາມເສຍຫາຍແລະນ້ຳມັນຮົ່ວອອກມາປະມານ 1,98 ໝື່ນລິດ, ຫຼັງຈາກນັ້ນຢູ່ຮ່ອງນ້ຳທີ່ຢູ່ໃກ້ໝໍ້ແປງໄດ້ເກີດມີຄາບນ້ຳມັນ, ຄາບນ້ຳມັນນີ້ອາດໄຫຼລົງສູ່ທະເລຍ້ອນຝົນຕົກ.