ປະທານາທິບໍດີເວເນຊູເອລາຮຽກຮ້ອງໃຫ້ອາເມຣິກາຍົກເລີກການລົງໂທດຕໍ່ເວເນຊູເອລາຢ່າງຮອບດ້ານອີກຄັ້ງໜຶ່ງ

2024-01-09 14:55:53 cri


ສື່ມວນຊົນເວເນຊູເອລາລາຍງານໃນວັນທີ 8 ມັງກອນນີ້ວ່າ: ວັນທີ 7 ມັງກອນນີ້, ທ່ານນິໂກລາສ ມາດູໂຣ ປະທານາທິບໍດີເວເນຊູເອລາ ກ່າວວ່າ: ເຖິງວ່າອາເມຣິກາໄດ້ຍົກເລີກການລົງໂທດຕໍ່ເວເນຊູເອລາສ່ວນໜຶ່ງໃນຂົງເຂດນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດໃນຫວ່າງມໍ່ໆມານີ້ກໍຕາມ, ແຕ່ເວເນຊູເອລາຍັງຍຶດໝັ້ນໃຫ້ອາເມຣິກາຍົກເລີກການລົງໂທດຕໍ່ເວເນຊູເອລາທັງໝົດຢ່າງຖາວອນ.

ນັບແຕ່ອາເມຣິກາເລີ່ມລົງໂທດຕໍ່ເວເນຊູເອລາຢ່າງຮອບດ້ານເປັນຕົ້ນມາ, ເສດຖະກິດຂອງເວເນຊູເອລາໄດ້ຮັບຜົນກະທົບທາງລົບຢ່າງໜັກໜ່ວງ. ເດືອນຕຸລາປີ 2023, ອາເມຣິກາໄດ້ຜ່ອນຄາຍມາດຕະການລົງໂທດຕໍ່ເວເນຊູເອລາຈຳນວນໜຶ່ງໃນຂົງເຂດພະລັງງານດ້ວຍຂໍ້ອ້າງທີ່ລັດຖະບານເວເນຊູເອລາໄດ້ມີຄວາມຄືບໜ້າໃນການເຈລະຈາສັນຕິພາບກັບຝ່າຍຕໍ່ຕ້ານລັດຖະບານ, ສ່ວນໄລຍະຜ່ນຄາຍມາດຕະການລົງໂທດໄດ້ກຳນົດເປັນເວລາ 6 ເດືອນ.