ເຈົ້າໜ້າທີ່ອົງການຮາມາສກ່າວວ່າ: ອາເມຣິກາແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ບໍ່ສາມາດສິ້ນສຸດລົງໄດ້

2024-01-09 14:52:16 cri


ວັນທີ 7 ມັງກອນນີ້ຢູ່ນະຄອນຫຼວງເບຣຸດປະເທດລີບັງ, ທ່ານ ໂອຊະມອາ ຮາມດັນ ເຈົ້າໜ້າທີ່ຂະບວນການຕໍ່ຕ້ານຂອງອິດສະລາມິກປາແລັດສະຕິນຫຼື ອົງການຮາມາສ ກ່າວວ່າ: ການສະໜັບສະໜູນຂອງອາເມຣິກາທີ່ມີຕໍ່ອິດສະຣາແອນແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ບໍ່ສາມາດສິ້ນສຸດລົງໄດ້, ທ່ານຮຽກຮ້ອງໃຫ້ລັດຖະບານອາເມຣິກາພິຈາລະນາເຖິງຫຼັກໝັ້ນຂອງຕົນໃນການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຄືນໃໝ່. ທ່ານ ຮາມດັນ ຍັງກ່າວຕື່ມວ່າ: ກ່ອນບັນລຸການຢຸດຍິງຖາວອນ, ອົງການຮາມາສ ຈະບໍ່ຈັດການເຈລະຈາກັບອິດສະຣາແອນກ່ຽວກັບການປ່ອຍຕົວປະກັນອິດສະຣາແອນ.