ທ່ານອາຕາຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີຝຣັ່ງຄົນໃໝ່

2024-01-10 14:50:41 cri

ວັນທີ 9 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ່ານກະບຣິເອ ອາຕາ ລັດຖະມົນຕີກະຊວງການສຶກສາ ແລະ ຊາວໜຸ່ມຝຣັ່ງອາຍຸ 34 ປີຖືກແຕ່ງຕັ້ງເປັນນາຍົກລັດຖະມົນຕີຝຣັ່ງຄົນໃໝ່. ສື່ມວນຊົນຝຣັ່ງລາຍງານວ່າ, ທ່ານເປັນນາຍົກລັດຖະມົນຕີຝຣັ່ງທີ່ມີອາຍຸຕ່ຳສຸດໃນປະຫວັດສາດຂອງ ຝຣັ່ງ.

ທ່ານອາຕາເກີດໃນເດືອນມີນາປີ 1989, ທ່ານເຄີຍດຳລົງຕຳແໜ່ງໂຄສົກຂອງລັດຖະບານຝຣັ່ງລະຫວ່າງປີ 2020 ຫາ 2022, ແລະດຳລົງຕຳແໜ່ງລັດຖະມົນຕີກະຊວງງົບປະມານຝຣັ່ງລະຫວ່າງປີ 2022 ຫາ 2023, ຫຼັງຈາກນັ້ນກໍເຂົ້າມາດຳລົງຕຳແໜ່ງລັດຖະມົນຕີກະຊວງການສຶກສາ ແລະ ຊາວໜຸ່ມ.