ລັດຖະມົນຕີກະຊວງການຕ່າງປະເທດອິດສະຣາແອນຢືນຢັນການລອບສັງຫານຜຜູ້ບັນຊາການຂັ້ນສູງຂອງພັກ “ເຮສບູນລາ” ຂອງລີບັງ

2024-01-10 14:43:17 CRI

 

ວັນທີ 8 ມັງກອນນີ້, ທ່ານຄາສ ລັດຖະມົນຕີກະຊວງການຕ່າງປະເທດອິດສະຣາແອນໄດ້ຢືນຢັນໃນເວລາໃຫ້ສຳພາດຕໍ່ສະຖານີໂທລະພາບຊ່ອງ 14 ຂອງອິດສະຣາແອນວ່າ: ອິດສະຣາແອນໄດ້ປະຕິບັດການລອບສັງຫານທ່ານວິຊາມ ອານ ຕາວີນ, ຜູ້ບັນຊາການຂັ້ນສູງຂອງພັກ “ເຮສບູນລາ” ຂອງລີບັງ.

 

ທ່ານຄາສກ່າວວ່າ: “ກ່ຽວກັບການເຄື່ອນໄຫວລອບສັງຫານທີ່ໄດ້ເກີດຂຶ້ນຢູ່ພາຍໃນດິນແດນລີບັງ, ພວກເຮົາມີຄວາມຮັບຜິດຊອບ.” ທ່ານຍັງກ່າວວ່າ, ອິດສະຣາແອນໄດ້ພະຍາຍາມເຂົ້າບຸກໂຈມຕີກຳລັງປະກອບອາວຸດຂອງພັກ “ເຮສບູນລາ”, ເພື່ອຫວັງທຳລາຍພື້ນຖານໂຄງລ່າງຂອງເຂົາເຈົ້າ.