ຈີນຮຽກຮ້ອງໃຫ້ພະຍາຍາມສຸດຂີດເພື່ອຊຸກຍູ້ການຢຸດຍິງຢູ່ເຂດກາຊາ

2024-01-10 15:09:33 cri

ວັນທີ 9 ມັງກອນນີ້, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ຈີນຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເຕົ້າໂຮມຄວາມພະຍາຍາມທັງໝົດ, ເພື່ອຊຸກຍູ້ໃຫ້ບັນລຸການຢຸດຍິງຢູ່ເຂດກາຊາໃນທັນທີ.

ໃນກອງປະຊຸມກ່ຽວກັບບັນຫາການໃຊ້ສິດປະຕິເສດຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ທ່ານເກີງສວງ ກ່າວວ່າ: ບັນລຸການຢຸດຍິງຢູ່ເຂດກາຊາໃນທັນທີແມ່ນຄວາມຮຽກຮ້ອງທົ່ວໄປຂອງປະຊາຄົມໂລກ, ແມ່ນຄວາມຕ້ອງການພື້ນຖານທີ່ສຸດທີ່ຟື້ນຟູສັນຕິພາບ. ແຕ່ວ່າ, ມາຮອດປັດຈຸບັນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຍັງບໍ່ສາມາດກ້າວເຖິງຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການຮຽກຮ້ອງໃຫ້ຢຸດຍິງກັນ. ຈີນສະແດງຄວາມຜິດຫວັງ ແລະ ຄວາມເສຍດາຍຕໍ່ອາເມຣິກາທີ່ໄດ້ໃຊ້ສິດປະຕິເສດອີກຄັ້ງໜຶ່ງຢູ່ສະພາຄວາມໝັ້ນຄົງໃນວັນທີ 22 ທັນວາປີກາຍນີ້.

ທ່ານເກີງສວງ ກ່າວຕື່ມວ່າ: ການກອບກູ້ຊີວິດຂອງປະຊາຊົນແມ່ນຕ້ອງການໃຫ້ບັນລຸການຢຸດຍິງໃນທັນທີ. ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ໄດ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດຫຼາຍກວ່າ 2,3 ໝື່ນຄົນ, ປະຊາກອນເຂດກາຊາປະມານ 90% ກາຍເປັນຄົນບໍ່ມີຖິ່ນຖານ ແລະ ຂາດທີ່ຢູ່ອາໄສ. ຈີນຮຽກຮ້ອງໃຫ້ອິດສະຣາແອນຍຸດຕິການໂຈມຕີທາງການທະຫານທີ່ບໍ່ຈຳແນກເປົ້າໝາຍ ແລະ ຍຸດຕິການລົງໂທດແບບລວມໝູ່ຕໍ່ປະຊາຊົນຢູ່ເຂດກາຊາ, ສ້າງເງື່ອນໄຂຈຳເປັນໃຫ້ແກ່ອົງການມະນຸດສະທຳເພື່ອດຳເນີນການຊ່ວຍເຫຼືອຢູ່ເຂດກາຊາ.