ທະນາຄານກາງຂອງອີຣານ: ການຄ້າລະຫວ່າງອີຣານແລະຣັດເຊຍບໍ່ຕ້ອງໂອນເງິນຜ່ານທາງລະບົບ SWIFT ອີກ

2024-01-11 10:49:05 CRI


     ຫວ່າງບໍ່ດົນມານີ້, ທະນາຄານກາງຂອງອີຣານກ່າວວ່າ: ຍ້ອນວ່າອີຣານແລະຣັດເຊຍໄດ້ເຊື່ອມຕໍ່ລະບົບສື່ສານແລະໂອນເງິນລະຫວ່າງທະນາຄານສອງປະເທດ, ສະນັ້ນ, ນັກທຸລະກິດສອງປະເທດສາມາດຈ່າຍເງິນ ແລະໂອນເງິນໂດຍກົງຜ່ານທາງລະບົບທະນາຄານຂອງປະເທດຕົນໄດ້ແລ້ວ, ບໍ່ຕ້ອງຜ່ານທາງລະບົບສະມາຄົມການສື່ສານດ້ານການເງິນລະຫວ່າງທະນາຄານທົ່ວໂລກ ຫຼື SWIFT ອີກ.

     ວັນທີ 8 ມັງກອນນີ້, ຂ່າວສານຣັດເຊຍລາຍງານວ່າ: ກ່ອນໜ້ານີ້, ທ່ານໂມຮາມັດ ເຣຊາ ຟາຊິນ ຜູ້ວ່າການທະນາຄານກາງອີຣານປະກາດວ່າ, ອີຣານກັບຣັດເຊຍຈະເຊັນສັນຍາກ່ຽວກັບການຊຳລະບັນຊີການຄ້າດ້ວຍເງິນຕາຂອງປະເທດຕົນ.