ກຳລັງປະກອບອາວຸດຮູຕິຂອງເຢເມນໂຈມຕີກຳປັ່ນອາເມຣິກາຢູ່ທະເລແດງ

2024-01-11 16:07:27 CRI

 

ວັນທີ 10 ມັງກອນນີ້, ທ່ານຢາຢາ ຊາເຣຍ, ໂຄສົກຂອງກອງກຳລັງປະກອບອາວຸດຮູຕິເຢເມນໄດ້ອອກຖະແຫຼງການວ່າ: ອົງການຈັດຕັ້ງດັ່ງກ່າວໄດ້ສົ່ງຍົນທີ່ບໍ່ມີຄົນຂັບແລະຍິງລູກສອນໄຟນຳວິຖີຢ່າງ “ຫຼວງຫຼາຍ” ໃສ່ກຳປັ່ນຂອງອາເມຣິກາລຳໜຶ່ງທີ່ກຳລັງເດີນເຮືອຢູ່ທະເລແດງ.

 

ທ່ານຢາຢາ ຊາເຣຍກ່າວວ່າ: ກຳປັ່ນອາເມຣິກາລຳນີ້ກຳລັງສະໜອງ “ການສະໜັບສະໜູນແລະການປົກປ້ອງ” ໃຫ້ແກ່ກຳປັ່ນທີ່ກ່ຽວຂ້ອງກັບອິດສະຣາແອນ, ກອງກຳລັງປະກອບອາວຸດຮູຕິກໍ່ການຫຼອນໂຈມຕີຄັ້ງນີ້ແມ່ນ “ດຳເນີນການແກ້ແຄ້ນໃນເບື້ອງຕົ້ນ” ຕໍ່ກອງທັບອາເມຣິກາທີ່ໄດ້ຍິງໃຫ້ເຮືອໄວຂອງກອງກຳລັງປະກອບອາວຸດຮູຕິ 3 ລຳຈົມລົງທະເລແລະເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນໃນວັນທີ 31 ທັນວາປີ 2023 ແລ້ວນີ້.