ກອງທັບເຮືອອີຣານໄດ້ເຂົ້າຢຶດກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟຂອງອາເມຣິກາລຳໜຶ່ງ

2024-01-12 17:19:13 cri

ຕາມການລາຍງານຂ່າວຂອງຂ່າວສານອີຣານໃຫ້ຮູ້ວ່າ: ວັນທີ 11 ມັງກອນນີ້, ກອງທັບເຮືອອີຣານໄດ້ທຳການຢຶດກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟຂອງອາເມຣິກາລຳໜຶ່ງຢູ່ເຂດທະເລໂອມານ ເພື່ອແກ້ແຄ້ນອາເມຣິກາທີ່ລັກເອົານ້ຳມັນເຊື້ອໄຟຂອງອີຣານ.

ຂ່າວແຈ້ງວ່າ: ໂດຍຜ່ານການຢືນຢັນຂອງທ່າກຳປັ່ນແລະອົງການວຽກງານທາງທະເລຂອງອີຣານ, ກອງທັບເຮືອອີຣານໄດ້ຢຶດກຳປັ່ນດັ່ງກ່າວຕາມຄຳສັ່ງຂອງພາກສ່ວນຕຸລາການອີຣານ. ປີ 2023 ທີ່ຜ່ານມາ, ກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟລຳນີ້ທີ່ມີຊື່ວ່າ “ຊູອິສ ຣາຈານ” ໄດ້ “ລັກເອົາ” ນ້ຳມັນເຊື້ອໄຟຂອງອີຣານຕາມຄຳສັ່ງຂອງອາເມຣິກາ ແລະ ສົ່ງຕໍ່ໃຫ້ອາເມຣິກາ.

ຂ່າວແຈ້ງຕື່ມອີກວ່າ: ຕອນເຊົ້າວັນທີ 11 ມັງກອນນີ້, ກຳປັ່ນດັ່ງກ່າວຖືກກອງທັບເຮືອອີຣານເຂົ້າຢຶດໃນເວລາຂົນສົ່ງນ້ຳມັນເຊື້ອໄຟຢູ່ເຂດທະເລໂອມານ. ປັດຈຸບັນ, ກຳປັ່ນລຳນີ້ພວມຖືກຍ້າຍໄປສູ່ທ່າກຳປັ່ນອີຣານ ແລະຈະຖືກສົ່ງຕໍ່ໃຫ້ພາກສ່ວນຕຸລາການຂອງອີຣານ.