ອາເມຣິກາແລະອັງກິດຫຼອນໂຈມຕີທາງອາກາດຕໍ່ກຳລັງປະກອບອາວຸດຮູຕິຂອງເຢເມນ

2024-01-12 14:23:06 CRI

 

ວັນທີ 11 ມັງກອນນີ້ຕາມເວລາທ້ອງຖິ່ນ, ເຈົ້າໜ້າທີ່ອາເມຣິກາກ່າວວ່າ: ອາເມຣິກາແລະອັງກິດເລີ່ມກໍ່ການຫຼອນໂຈມຕີຕໍ່ເປົ້າໝາຍທີ່ກ່ຽວຂ້ອງຂອງກຳລັງປະກອບອາວຸດຮູຕິພາຍໃນດິນແດນເຢເມນ.

 

ນີ້ແມ່ນນັບແຕ່ກຳລັງປະກອບອາວຸດຮູຕິໄດ້ກໍ່ການໂຈມຕີໂດຍແນໃສ່ການເດີນເຮືອສາກົນຢູ່ທະເລແດງໃນທ້າຍປີ 2023 ແລ້ວນີ້ເປັນຕົ້ນມາ, ອາເມຣິກາແລະອັງກິດໄດ້ກໍ່ການໂຈມຕີຕໍ່ອົງການດັ່ງກ່າວເປັນຄັ້ງທຳອິດ.

 

ໃນຕອນບ່າຍຂອງວັນທີ 10 ມັງກອນນີ້ຕາມເວລາທ້ອງຖິ່ນ, ກຳລັງປະກອບອາວຸດຮູຕິຂອງເຢເມນໄດ້ອອກຖະແຫຼງການວ່າ: ກຳລັງປະກອບອາວຸດຮູຕິໄດ້ດຳເນີນການເຄື່ອນໄຫວໂຈມຕີໂດຍແນໃສ່ກຳປັ່ນຮົບຂອງອາເມຣິກາດ້ວຍລູກສອນໄຟນຳວິຖີແລະຍົນທີ່ບໍ່ມີຄົນຂັບໃນຕອນຄ່ຳຂອງວັນທີ 9 ມັງກອນນີ້, ເພື່ອແກ້ແຄ້ນຕໍ່ກອງທັບອາເມຣິກາທີ່ໄດ້ຍິງເຮືອໄວຂອງກອງກຳລັງປະກອບອາວຸດຮູຕິ 3 ລຳຈົມລົງທະເລແລະເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນໃນວັນທີ 31 ທັນວາປີ 2023 ແລ້ວນີ້.