ລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມອາຟຣິກາກ່ອນໝູ່ໃນປີ 2024

2024-01-12 16:16:20 cri


    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຕ່າງປະເທດຈີນໃນວັນທີ 11 ມັງກອນນີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງເອຢິບ, ຕຸຍນີຊີ, ໂຕໂກ ແລະ ກົດດີວົວ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມ 4 ປະເທດເຫຼົ່ານີ້ລະຫວ່າງວັນທີ 13 ຫາ 18 ມັງກອນປີ 2024. ນີ້ແມ່ນລັດຖະມົນຕີກະຊວງການຕ່າງປະເທດຈີນຈະເດີນທາງຢ້ຽມຢາມອາຟຣິກາກ່ອນໝູ່ໃນຕົ້ນປີໃໝ່ເປັນ 34 ປີລຽນຕິດ. ຫຼັງຈາກນັ້ນ, ທ່ານຫວາງຢີ້ຍັງຈະເດີນທາງໄປຢ້ຽມຢາມເບຣຊິນ ແລະ ຈາໄມກາລະຫວ່າງວັນທີ 18 ຫາ 22 ມັງກອນນີ້.