IATA: ຍອດປະລິມານການຂົນສົ່ງຜູ້ໂດຍສານຂອງສາຍການບິນທົ່ວໂລກໄດ້ຮັບການຟື້ນຟູຢ່າງເດັ່ນຊັດ

2024-01-12 14:23:59 CRI

 

ວັນທີ 10 ມັງກອນນີ້, ສະມາຄົມການຂົນສົ່ງທາງອາກາດສາກົນຫຼື IATA ໄດ້ເຜີຍແຜ່ບົດລາຍງານໃຫ້ຮູ້ວ່າ: ຖ້າວ່າໄລ່ຕາມລາຍຮັບຈາກການຂົນສົ່ງຜູ້ໂດຍສານສະເລ່ຍຕໍ່ຄົນຕໍ່ກິໂລ, ໃນເດືອນພະຈິກປີ 2023 ແລ້ວນີ້, ຍອດປະລິມານການຂົນສົ່ງຜູ້ໂດຍສານຂອງສາຍການບິນໃນທົ່ວໂລກໄດ້ເພີ່ມຂຶ້ນ 29,7% ເມື່ອທຽບໃສ່ເດືອນພະຈິກຂອງປີ 2022, ໄດ້ຟື້ນຟູຄືນຮອດ 99,1% ຂອງເດືອນພະຈິກປີ 2019.

 

ອີງຕາມຂໍ້ມູນທີ່ເປີດເຜີຍໂດຍ IATA, ໃນເດືອນພະຈິກປີ 2023, ປະລິມານການຂົນສົ່ງຜູ້ໂດຍສານຂອງສາຍການບິນສາກົນຢູ່ໃນທົ່ວໂລກໄດ້ເພີ່ມຂຶ້ນ 26,4% ເມື່ອທຽບໃສ່ເດືອນພະຈິກປີ 2022, ໃນນັ້ນປະລິມານການຂົນສົ່ງຜູ້ໂດຍສານຂອງສາຍການບິນສາກົນພາກພື້ນອາຊີປາຊີຟິກໄດ້ເພີ່ມຂຶ້ນ 63,8% ເມື່ອທຽບໃສ່ເດືອນພະຈິກປີ 2022.

 

ຂໍ້ມູນຍັງສະແດງໃຫ້ເຫັນວ່າ: ໃນເດືອນພະຈິກປີ 2023, ປະລິມານການຂົນສົ່ງຜູ້ໂດຍສານຂອງສາຍການບິນພາຍໃນປະເທດຢູ່ໃນທົ່ວໂລກໄດ້ເພີ່ມຂຶ້ນ 34,8% ເມື່ອທຽບໃສ່ເດືອນພະຈິກປີ 2022. ປະລິມານການຂົນສົ່ງຜູ້ໂດຍສານຂອງສາຍການບິນພາຍໃນປະເທດຈີນໄດ້ຮັບການເຕີບໂຕຢ່າງວ່ອງໄວ.