ປີ 2023 ເປັນປີໜຶ່ງທີ່ຮ້ອນທີ່ສຸດນັບແຕ່ມີການບັນທຶກສະຖິຕິເປັນຕົ້ນມາ

2024-01-13 13:52:14 CRI

ວັນທີ 12 ມັງກອນນີ້, ອົງການອຸຕຸນິຍົມໂລກໄດ້ອອກຖະແຫຼງການ, ໂດຍຮັບຮອງຢ່າງເປັນທາງການວ່າ, ປີ 2023ຜ່ານມາ ເປັນປີໜຶ່ງທີ່ຮ້ອນທີ່ສຸດນັບແຕ່ມີການບັນທຶກສະຖິຕິເປັນຕົ້ນມາ, ປີ 2023 ອຸນຫະພູມສະເລ່ຍຂອງໂລກເພີ່ມຂຶ້ນຢ່າງຫຼວງຫຼາຍ, ເດືອນກໍລະກົດ ແລະ ເດືອນສິງຫາປີ 2023 ເປັນສອງເດືອນທີ່ຮ້ອນທີ່ສຸດນັບແຕ່ມີການບັນທຶກສະຖິຕິເປັນຕົ້ນມາ. ອົງການອຸຕຸນິຍົມໂລກແຈ້ງໃຫ້ຮູ້ວ່າ: ນັບແຕ່ຊຸມປີ 1980 ເປັນຕົ້ນມາ, ອຸນຫະພູມຂອງແຕ່ລະທົດສະວັດແມ່ນສູງກວ່າທົດສະວັດຜ່ານມາ.

 

ທ່ານນາງເຊເລັສເຕ ຊາວໂລ ເລຂາທິການໃຫຍ່ ອົງການອຸຕຸນິຍົມໂລກກ່າວວ່າ,  ວິກິດການດ້ານດິນຟ້າອາກາດພວມເຮັດໃຫ້ວິກິດການແຫ່ງຄວາມບໍ່ສະເໝີພາບຮຸນແຮງຂຶ້ນຕື່ມອີກ, ໂດຍກະທົບເຖິງດ້ານຕ່າງໆແຫ່ງການພັດທະນາແບບຍືນຍົງ, ເຊິ່ງໄດ້ບັ່ນທອນຄວາມພະຍາຍາມທີ່ມີຈຸດປະສົງເພື່ອແກ້ໄຂຄວາມທຸກຍາກ, ຄວາມອຶດຫິວ, ບັນຫາສຸຂະພາບ, ການສູນເສຍບ່ອນເພິ່ງພາອາໄສ, ສິ່ງແວດລ້ອມຊຸດໂຊມລົງ ແລະ ບັນຫາອື່ນໆ.