ຝ່າຍຈີນເຫັນວ່າ: ອາເມຣິກາກັບອັງກິດດຳເນີນການເຄື່ອນໄຫວທາງການທະຫານຕໍ່ກຳລັງປະກອບອາວຸດຮູທີ ເຢເມນ ແມ່ນບໍ່ສາມາດບັນລຸເປົ້າໝາຍຕາມທີ່ພວກເຂົາກ່າວອ້າງ

2024-01-13 15:28:57 cri


ວັນທີ 12 ມັງກອນນີ້,  ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈັດກອງປະຊຸມສຸກເສີນກ່ຽວກັບສະຖານະການຢູ່ທະເລແດງໃນປັດຈຸບັນ ຕາມຄຳຮຽກຮ້ອງຂອງຣັດເຊຍ. ທ່ານຈ່າງຈວິ່ນ, ຜູ້ຕາງໜ້າຖາວອນຈີນປະຈຳອົງການ ສປຊ ກ່າວວ່າ, ອາເມຣິກາກັບອັງກິດດຳເນີນການເຄື່ອນໄຫວທາງການທະຫານຕໍ່ກຳລັງປະກອບອາວຸດຮູທີ ເຢເມນ ບໍ່ສາມາດບັນລຸເປົ້າໝາຍຕາມທີ່ພວກເຂົາກ່າວອ້າງ.


ຝ່າຍຈີນກ່າວເຕືອນວ່າ, ເຂດຕາເວັນອອກກາງກຳລັງຢູ່ໃນເສັ້ນແດງທີ່ເປັນອັນຕະລາຍທີ່ສຸດ, ປັດຈຸບັນ, ສິ່ງທີ່ຄວນຫຼີກເວັ້ນທີ່ສຸດແມ່ນລັດທິສ້າງຄວາມສ່ຽງໄພທາງການທະຫານແບບຊະຊາຍ, ສິ່ງທີ່ຕ້ອງການທີ່ສຸດແມ່ນຄວາມໃຈເຢັນແລະອົດກັ້ນໄວ້, ເພື່ອປ້ອງກັນບໍ່ໃຫ້ການປະທະກັນແຜ່ຂະຫຍາຍອອກຕື່ມອີກ. ຝ່າຍຈີນຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນປະເທດໃຫຍ່ທີ່ມີອິດທິພົນຫຼາຍນັ້ນ, ຈົ່ງເຄົາລົບນັບຖືກົດບັດ ສປຊ ແລະກົດໝາຍສາກົນ, ຍຶດໝັ້ນທິດທາງຖືກຕ້ອງແຫ່ງການເປິກສາຫາລື, ທຳຄວາມພະຍາຍາມທີ່ຕິດແທດຕົວຈິງ ເຂົ້າໃນການຮັກສາສັນຕິພາບແລະສະຖຽນລະພາບຢູ່ທະເລແດງແລະເຂດຕາເວັນອອກກາງ.