ສະຖານະການຢູ່ທະເລແດງເຄັ່ງຕຶງຂຶ້ນ ເຮັດໃຫ້ລາຄາການຂົນສົ່ງທາງທະເລຢູ່ທົ່ວໂລກເພີ່ມສູງຂຶ້ນ

2024-01-13 15:24:32 cri

ວັນທີ 12 ມັງກອນນີ້, ສຳນັກຂ່າວ CNBC ອາເມຣິກາແຈ້ງຂ່າວວ່າ: ສະຖານະການຢູ່ທະເລແດງທີ່ເຄັ່ງຕຶງຂຶ້ນນັ້ນນຍິ່ງແກ່ຍາວເວລາດົນເທົ່າໃດ, ກໍ່ຍິ່ງຈະສົ່ງຜົນກະທົບຕໍ່ການຂົນສົ່ງທາງທະເລຢູ່ທົ່ວໂລກຫຼາຍຂຶ້ນເທົ່ານັ້ນ. ສະຖານະການຢູ່ທະເລແດງທີ່ເຄັ່ງຕຶງຂຶ້ນນັ້ນ ກຳລັງສົ່ງຜົນກະທົບ ເຮັດໃຫ້ຄ່າຂົນສົ່ງທາງທະເລຢູ່ທົ່ວໂລກເພີ່ມສູງຂຶ້ນ.


ຕາມຂ່າວແຈ້ງວ່າ: ອີງຕາມສະຖິຕິ, ໂດຍໄດ້ຮັບຜົນກະທົບຈາກສະຖານະການຢູ່ທະເລແດງ, ລາຄາຕູ້ສິນຄ້າບົນເສັ້ນທາງຂົນສົ່ງທາງທະເລອາຊີ-ເອີຣົບຈຳນວນໜຶ່ງໄດ້ສູງຂຶ້ນເກືອບ 6 ເທົ່າໃນໄລຍະມໍ່ໆມານີ້. ຂະນະດຽວກັນ, ເພື່ອຫຼຸດຜ່ອນຜົນກະທົບຈາກການຢຸດການຂົນສົ່ງທາງທະເລຜ່ານທະເລແດງ, ບໍລິສັດຂົນສົ່ງທາງທະເລຫຼາຍແຫ່ງກຳລັງຈັດສັນໃຫ້ເຮືອຕາມເສັ້ນທາງຂົນສົ່ງສາຍອື່ນໆມາເດີນເຮືອຢູ່ເສັ້ນທາງການຂົນສົ່ງອາຊີ-ເອີຣົບ, ອາຊີ-ທະເລເມຕີເຕລາເນ, ເລື່ອງນີ້ໄດ້ເຮັດໃຫ້ຕົ້ນທຶນຂອງເສັ້ນທາງຂົນສົ່ງທາງທະເລອື່ນໆເພີ່ມສູງຂຶ້ນຕື່ມອີກ.


ນັກວິເຄາະຕະຫຼາດຊີ້ອອກວ່າ, ການໂຈມຕີກຳລັງປະກອບອາວຸດຮູທີຂອງອາເມຣິກາແລະອັງກິດ ບໍ່ພຽງແຕ່ບໍ່ສາມາດຜ່ອນຄາຍສະຖານະການຢູ່ທະເລແດງໃນປັດຈຸບັນໄດ້ເທົ່ານັ້ນ, ຍັງຊ້ຳພັດຈະພາກໃຫ້ສະຖານະການເຄັ່ງຕຶງຫຼາຍຂຶ້ນຕື່ມອີກ, ເຮັດໃຫ້ບໍລິສັດການຂົນສົ່ງຜ່ານທະເລຫຼີກເວັ້ນເສັ້ນທາງຂົນສົ່ງຂອງທະເລແດງໃນເວລາຍິ່ງດົນກວ່າ.