ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ຊາວປາແລັດສະຕິນເສຍຊີວິດໄປແລ້ວ 24.190 ຄົນ

2024-01-14 15:17:07 cri

ວັນທີ 13 ມັງກອນນີ້, ຂ່າວສານປາແລັດສະຕິນລາຍງານວ່າ, ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ແຕ່ວັນທີ 7 ຕຸລາ 2023 ເປັນຕົ້ນມາ, ມີຊາວປາແລັດສະຕິນເສຍຊີວິດໄປແລ້ວ 24.190 ຄົນ ແລະ ມີ 64.000 ກວ່າຄົນໄດ້ຮັບບາດເຈັບ.


ໃນນັ້ນ, ການເຄື່ອນໄຫວທາງການທະຫານຢູ່ເຂດກາຊາຂອງກອງທັບອິດສະຣາແອນໄດ້ເຮັດໃຫ້ຊາວປາແລັດສະຕິນເສຍຊີວິດ 23.843 ຄົນ, ອີກ 6 ໝື່ນກວ່າຄົນໄດ້ຮັບບາດເຈັບ ແລະ 1 ໝື່ນກວ່າຄົນຫາຍສາບສູນ; ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ການເຄື່ອນໄຫວທາງການທະຫານຂອງກອງທັບອິດສະຣາແອນໄດ້ເຮັດໃຫ້ 347 ຄົນ ເຊິ່ງລວມທັງເດັກນ້ອຍ 83 ຄົນເສຍຊີວິດ, ເກືອບ 4.000 ຄົນໄດ້ຮັບບາດເຈັບ.


ນອກນີ້, ມີປະຊາຊົນເຂດກາຊາປະມານ 1,93 ລ້ານຄົນບໍ່ມີທີ່ຢູ່ອາໄສ ເຊິ່ງກວມ 85% ຂອງຍອດຈຳນວນປະຊາກອນເຂດກາຊາ. ໃນດ້ານການບໍລິການທາງການແພດ, ໃນໂຮງໝໍ 36 ແຫ່ງຂອງເຂດກາຊາມີພຽງ 9 ແຫ່ງຍັງສາມາດໃຫ້ບໍລິການໄດ້ບາງລາຍການເທົ່ານັ້ນ, ໃນອົງການປິ່ນປົວຂັ້ນຕົ້ນ 72 ແຫ່ງມີພຽງ 19 ແຫ່ງຍັງປະຕິບັດງານຢູ່.