ທ່ານຫຼີວຈ້ຽນຊ່າວຢ້ຽມຢາມອາເມຣິກາ

2024-01-14 14:39:06 cri

ໃນລະຫວ່າງວັນທີ 8 ຫາ 13 ມັງກອນນີ້, ທ່ານຫຼີວຈ້ຽນຊ່າວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນໄດ້ນຳພາຄະນະຜູ້ແທນພັກຄອມມູນິດຈີນເດີນທາງໄປຢ້ຽມຢາມອາເມຣິກາ ໂດຍໄດ້ພົບປະສົນທະນາກັບທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ, ທ່ານຈອນ ຟິນເນີ ຮອງຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ, ສະມາຊິກສະພາສູງ ແລະ ສະພາຕ່ຳຂອງພັກເດໂມເກລດ ແລະ ພັກລິພັບບລິກັນ, ທ່ານນາງລອນດອນ ບລີດ ເຈົ້າຄອງນະຄອນຊານຟຣານຊິສໂກ ພ້ອມດ້ວຍບຸກຄົນວົງການການເງິນ, ອຸດສາຫະກຳການຄ້າ, ຄັງປັນຍາ, ສື່ມວນຊົນ ແລະ ວົງການອື່ນໆຂອງອາເມຣິກາ, ເຂົ້າຮ່ວມກອງປະຊຸມສຳມະນາຫົວຂໍ້ສະເພາະພາຍໃຕ້ຂອບ 1,5 track, ກ່າວປາຖະກະຖາໃນຄະນະກຳມາທິການການພົວພັນຕ່າງປະເທດອາເມຣິກາ. ນອກນີ້, ທ່ານຫຼີວຈ້ຽນຊ່າວຍັງໄດ້ພົບປະກັບທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການ ສປຊ. ຄະນະຜູ້ແທນຂອງຈີນໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກັບຝ່າຍຕ່າງໆຂອງອາເມຣິກາກ່ຽວກັບອະນາຄົດການພັດທະນາຂອງຈີນ, ການພົວພັນຈີນ-ອາເມຣິກາ ແລະ ການບໍລິຫານທົ່ວໂລກ.

ຈີນ ແລະ ອາເມຣິກາຕ່າງກໍເຫັນວ່າ: ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນທີ່ບັນລຸໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ປະຕິບັດການເຄື່ອນໄຫວຕົວຈິງ ເພື່ອຊຸກຍູ້ການພົວພັນຈີນ-ອາເມຣິກາໃຫ້ພັດທະນາຢ່າງໝັ້ນທ່ຽງ, ປອດໃສ ແລະ ແບບຍືນຍົງ.