ກຸ່ມປະກອບອາວຸດຮູທີກ່າວປະນາມການຫຼອນໂຈມຕີທາງອາກາດຂອງອາເມຣິກາ ແລະ ອັງກິດ

2024-01-14 15:17:58 cri

ວັນທີ 13 ມັງກອນນີ້, ກຸ່ມປະກອບອາວຸດຮູທີໄດ້ອອກຖະແຫຼງການ ໂດຍໄດ້ກ່າວປະນາມອາເມຣິກາ ແລະ ອັງກິດທີ່ໄດ້ຫຼອນໂຈມຕີທາງອາກາດຕໍ່ຫຼາຍທ້ອງຖິ່ນຂອງເຢເມນໃນວັນທີ 12 ແລະ 13 ມັງກອນນີ້.


ຖະແຫຼງການລະບຸວ່າ, ການຫຼອນໂຈມຕີທາງອາກາດຕໍ່ຫຼາຍທ້ອງຖິ່ນຂອງເຢເມນຈາກອາເມຣິກາ ແລະ ອັງກິດເປັນ “ການຮຸກຮານຢ່າງບັງອາດ”, ແຕ່ອາເມຣິກາ ແລະ ອັງກິດຈະບໍ່ສາມາດສະກັດກັ້ນກຸ່ມປະກອບອາວຸດຮູທີໄດ້ໃນການສືບຕໍ່ “ຫຼອນໂຈມຕີເປົ້າໝຍທີ່ກ່ຽວຂ້ອງກັບອິດສະຣາແອນ”. ກຸ່ມປະກອບອາວຸດຮູທີຈະສືບຕໍ່ໂຈມຕີ “ກຳປັ່ນອິດສະຣາແອນ ຫຼື ກຳປັ່ນທີ່ເດີນທາງໄປສູ່ອິດສະຣາແອນ”, ສ່ວນອາເມຣິກາ ແລະ ອັງກິດກໍຈະປະເຊີນໜ້າກັບການຕ່າວໂຈມຕີຈາກກຸ່ມປະກອບອາວຸດຮູທີເຊັ່ນກັນ.