ຖະແຫຼງການຮ່ວມກ່ຽວກັບການປະທະກັນຂອງປາແລັດສະຕິນ ແລະ ອິດສະຣາແອນລະຫວ່າງກະຊວງການຕ່າງປະເທດສາທາລະນະລັດປະຊາຊົນຈີນ-ກອງເລຂາສັນນິບາດປະເທດອາຣັບ

2024-01-15 15:50:25 cri

ວັນທີ 14 ມັງກອນນີ້, ໃນເວລາຢ້ຽມຢາມສັນນິບາດປະເທດອາຣັບ, ທ່ານ ຫວ່າງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະກັບທ່ານ ອາຮາເມັດ ອາບູນ ເກດ ເລຂາທິການໃຫຍ່ສັນນິບາດປະເທດອາຣັບ ໂດຍສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການປະທະ ກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຢ່າງເລິກເຊິ່ງ ແລະ ໄດ້ບັນລຸຄວາມເຫັນເປັນເອກະພາບກັນຄືດັ່ງລຸ່ມນີ້:

 

1. ຄວນບັນລຸການຢຸດຍິງຢ່າງຮອບດ້ານໃນທັນທີ, ຈັດຕັ້ງປະຕິບັດມະຕິຕົກລົງທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ກໍຄືສະມັດຊາໃຫຍ່ອົງການສະຫະປະຊາຊາດ ກ່ຽວກັບສະພາບການຢູ່ເຂດກາຊາ ແລະ ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຢ່າງຮອບດ້ານ ແລະ ມີປະສິດທິຜົນ, ປົກປ້ອງປະຊາຊົນຢ່າງແທ້ຈິງ, ຍຸດຕິທຸກການກະທໍາທີ່ໃຊ້ຄວາມຮຸນແຮງໂດຍແນໃສ່ປະຊາຊົນ ກໍຄືທຸກການກະທໍາທີ່ລະເມີດຕໍ່ກົດໝາຍສາກົນ ແລະ ກົດໝາຍວ່າດ້ວຍມະນຸດສະທໍາສາກົນ, ສ້າງຕັ້ງກົນໄກປະສານງານດ້ານມະນຸດສະທໍາໂດຍໄວເທົ່າທີ່ຈະໄວໄດ້.

 

2. ປະຊາຄົມໂລກຄວນນໍາໃຊ້ການເຄື່ອນໄຫວຢ່າງຫ້າວຫັນ ເພື່ອຊຸກຍູ້ສະພາບການໃຫ້ໄດ້ຜ່ອນຄາຍລົງ ແລະ ບັນລຸການຢຸດຍິງໂດຍໄວເທົ່າທີ່ຈະໄວໄດ້. ປະເທດທີ່ມີອິດທິພົນຄວນເສີມຂະຫຍາຍບົດບາດທີ່ຍຸຕິທຳ, ພາວະວິໄສ ແລະ ມີລັກສະນະສ້າງສັນເຂົ້າໃນວຽກງານດັ່ງກ່າວ.

 

3. ທຸກການຈັດວາງທີ່ກ່ຽວຂ້ອງກັບຊາຕາກໍາຂອງປາແລັດສະຕິນນັ້ນ, ລ້ວນແຕ່ຄວນປະຕິບັດຕາມຫຼັກການ “ຊາວປາແລັດສະຕິນຄຸ້ມຄອງປາແລັດສະຕິນ”.

 

4. ເນັ້ນໜັກວ່າ: “ແຜນການສອງປະເທດ” ເປັນພື້ນຖານແຫ່ງການຈັດວາງທຸກຮູບແບບທີ່ກ່ຽວພັນເຖິງຊາຕາກຳຂອງປະຊາຊົນປາແລັດສະຕິນຢູ່ເຂດກາຊາ ແລະຝັ່ງຕາເວັນຕົກແມ່ນ້ຳຈໍແດນ (ລວມທັງພາກຕາເວັນອອກເຢຣູຊາເລັມ) ໃນຕໍ່ໜ້າຢ່າງສະເໝີຕົ້ນສະເໝີປາຍ.

 

5. ເນັ້ນໜັກວ່າ: ຄວນທຳຄວາມພະຍາຍາມຢ່າງຕິດແທດຕົວຈິງ ແລະມີປະສິດທິຜົນ ເພື່ອແກ້ໄຂບັນຫາປາແລັດສະຕິນຢ່າງຮອບດ້ານ, ຍຸດຕິທຳ ແລະຍືນຍົງ.

 

6. ສອງຝ່າຍໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະຖານະການຂອງທະເລແດງທີ່ຮຸນແຮງຂຶ້ນຕື່ມໃນໄລຍະມໍ່ໆມານີ້, ແລະເນັ້ນໜັກວ່າຄວນເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງເຢເມນ, ຮັບປະກັນຄວາມປອດໄພຂອງເສັ້ນທາງການຄ້າສາກົນຢູ່ທະເລແດງ.

 

7. ຮຽກຮ້ອງໃຫ້ຈັດກອງປະຊຸມສັນຕິພາບສາກົນທົ່ວໄປໂດຍໄວ, ຊຸກຍູ້ການວາງແຜນການທີ່ມີລັກສະນະບັງຄັບໃຊ້, ຊຸກຍູ້ການຟື້ນຟູການເຈລະຈາສັນຕິພາບລະຫວ່າງປາແລັດສະຕິນ-ອິດສະຣາແອນຟື້ນຟູຄືນໃໝ່.

 

8. ສອງຝ່າຍຍິນດີສືບຕໍ່ເພີ່ມທະວີການແລກປ່ຽນ ແລະການປະສານງານ, ພະຍາຍາມຢ່າງບໍ່ລົດລະເພື່ອບັນລຸການຢຸດຍິງຢູ່ເຂດກາຊາ ແລະສິ້ນສຸດວິກິດການດ້ານມະນຸດສະທຳຢ່າງໜັກໜ່ວງທີ່ປະຊາຊົນປາແລັດສະຕິນຫຼາຍກວ່າ 2 ລ້ານຄົນພວມປະສົບຢູ່ໃນເຫດການ, ສຸມຄວາມພະຍາຍາມໃຫ້ສິ້ນສຸດການຍຶດຄອງ, ຊຸກຍູ້ການແກ້ໄຂບັນຫາປາແລັດສະຕິນຢ່າງຮອບດ້ານ, ຍຸດຕິທຳ ແລະຍືນຍົງ.