ທະຫານຕູຣາເຄຍໄດ້ສັງຫານກຸ່ມປະກອບອາວຸດຊາວເຄີດ 64 ຄົນຢູ່ອິຣັກແລະຊີຣີ

2024-01-15 17:19:05 cri

ວັນທີ 14 ມັງກອນນີ້, ກະຊວງປ້ອງກັນປະເທດຕູຣາເຄຍອອກຖະແຫຼງການວ່າ, ຫຼາຍມື້ລຽນຕິດມານີ້, ທະຫານຕູຣາເຄຍໄດ້ດຳເນີນການເຄື່ອນໄຫວທາງການທະຫານຢ່າງຂະໜາດໃຫຍ່ ຕໍ່ກຸ່ມປະກອບອາວຸດຊາວເຄີດຢູ່ພາກເໜືອອິຣັກແລະພາກເໜືອຊີຣີ, ລວມທັງໝົດແລ້ວ, ໄດ້ສັງຫານຜູ້ປະກອບອາວຸດຊາວເຄີດ 64 ຄົນເປັນຢ່າງໜ້ອຍ.


ຖະແຫຼງການລະບຸວ່າ, ທະຫານຕູຣາເຄຍໄດ້ໃຊ້ການເຄື່ອນໄຫວຫຼາຍເທື່ອ, ເຊິ່ງໄດ້ຍິງຜູ້ປະກອບອາວຸດຂອງພັກກຳມະກອນຊາວເຄີດ 48 ຄົນເສຍຊີວິດຢູ່ພາກເໜືອອີຣັກ, ແລະໄດ້ຍິງຜູ້ປະກອບອາວຸດຂອງ “ກອງທັບປ້ອງກັນປະຊາຊົນ” ເຊິ່ງເປັນກຸ່ມປະກອບອາວຸດຊາວເຄີດຊີຣີ 16 ຄົນເສຍຊີວິດຢູ່ພາກເໜືອຊີຣີ.


ນັກວິເຄາະເຫັນວ່າ, ຫວ່າງກ່ອນນີ້ບໍ່ດົນ, ທະຫານຕູຣາເຄຍ 9 ຄົນໄດ້ຖືກຫຼອນໂຈມຕີແລ້ວເສຍຊີວິດຢູ່ພາກເໜືອອິຣັກ, ການເຄື່ອນໄຫວທາງການທະຫານດັ່ງກ່າວ ແມ່ນການເຄື່ອນໄຫວຕອບໂຕ້ຂອງທະຫານຕູຣາເຄຍ ທີ່ແນໃສ່ກຸ່ມປະກອບອາວຸດຊາວເຄີດຢ່າງຈະແຈ້ງ.