ປະທານາທິບໍດີເອຢິບຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີການຕ່າງປະເທດຈີນ

2024-01-15 12:03:20 CRI

 

   ວັນທີ 14 ມັງກອນນີ້ຢູ່ນະຄອນຫຼວງເລິແກຂອງເອຢິບ, ທ່ານ ອັບເດວ ຟາຕາ ອານ ຊີຊີ ປະທານາທິບໍດີເອຢິບໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໃນໂອກາດຢ້ຽມຢາມເອຢິບ.


   ໃນໂອກາດນີ້, ທ່ານ ຫວາງຢີ້ ກ່າວວ່າ: ພາຍໃຕ້ຄວາມເອົາໃຈໃສ່ ແລະ ການນໍາພາຂອງປະມຸກລັດສອງປະເທດ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງຈີນ-ເອຢິບໄດ້ຮັບການປັບປຸງໃຫ້ແໜ້ນແຟ້ນຍິ່ງຂຶ້ນຢ່າງຕໍ່ເນື່ອງ, ການຮ່ວມມືຕົວຈິງໄດ້ຮັບຜົນສໍາເລັດອັນອຸດົມສົມບູນ, ພ້ອມທັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່ໃນບັນຫາພາກພື້ນ ແລະ ສາກົນ, ນອກນັ້ນ, ການພົວພັນລະຫວ່າງສອງຝ່າຍໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ໄດ້ບັນລຸລະດັບດີທີ່ສຸດ. ຝ່າຍຈີນຍິນດີຖືເອົາການສ້າງຕັ້ງສາຍພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານລະຫວ່າງຈີນ-ເອຢິບຄົບຮອບ 10 ປີໃນປີນີ້ເປັນໂອກາດທີ່ສໍາຄັນ, ຊຸກຍູ້ການຮ່ວມມືຕົວຈິງໃຫ້ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ.


   ທ່ານ ຊີຊີ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງຕໍ່ການພັັດທະນາເສດຖະກິດ-ສັງຄົມຂອງເອຢິບ ພ້ອມທັງກ່າວວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງເອຢິບ-ຈີນໄດ້ຮັບຜົນສໍາເລັດອັນພົ້ນເດັ່ນ. ເອຢິບໃຫ້ຄວາມສໍາຄັນໃນລະດັບສູງຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານເອຢິບ-ຈີນ, ຍິນດີຮ່ວມກັບຝ່າຍຈີນສ້າງຕັ້ງສາຍພົວພັນຄູ່ຮ່ວມ ທີ່ສະໜິດແໜ້ນກວ່າເກົ່າ ແລະ ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ.