ນາຍົກຈີນພົບປະກັບປະທານສະຫະພັນສະວິດ

2024-01-15 11:15:00 CRI

 

   ຕອນບ່າຍວັນທີ 14 ມັງກອນນີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານນາງ ວິໂອລາ ອໍາເຮີດ ປະທານສະຫະພັນສະວິດ ໄດ້ຮ່ວມກັນເດີນທາງຈາກນະຄອນຊູລິກມຸ່ງໜ້າສູ່ນະຄອນຫຼວງເບີນ ສະຫະພັນສະວິດ ດ້ວຍລົດໄຟພິເສດ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນທ່າມກາງບັນຍາກາດທີ່ແຈ່ມໃສ ແລະ ມິດຕະພາບໃນເວລາການເດີນທາງ.


   ໃນໂອກາດນີ້, ທ່ານ ຫຼີສຽງ ກ່າວວ່າ: ປັດຈຸບັນຈີນພວມຊຸກຍູ້ການສ້າງຄວາມທັນສະໄໝແບບຈີນຢ່າງຮອບດ້ານໂດຍຜ່ານການພັດທະນາດ້ວຍຄຸນນະພາບສູງ, ຈີນຍິນດີຮ່ວມກັບສະວິດ ເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆ ເພື່ອຮັບເອົາຜົນສໍາເລັດຕົວຈິງໃຫ້ຫຼາຍກວ່າເກົ່າ. ການພົວພັນລະຫວ່າງປະເທດແມ່ນຢູ່ນໍາຄວາມສະໜິດສະໜົມລະຫວ່າງປະຊາຊົນ, ຈີນຍິນດີຮ່ວມກັບສະວິດ ຖືເອົາການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ສະວິດຄົບຮອບ 75 ປີໃນປີໜ້າເປັນໂອກາດທີ່ສໍາຄັນ, ເປີດກວ້າງການແລກປ່ຽນລະຫວ່າງທ້ອງຖິ່ນ ແລະ ການແລກປ່ຽນດ້ານວັດທະນະທໍາ, ເພື່ອເພີ່ມທະວີໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດກໍຄືມິດຕະພາບຈີນ-ສະວິດຕື່ມອີກ.


   ທ່ານນາງ ວິໂອລາ ອໍາເຮີດ ໄດ້ສະແດງຄວາມຍິນດີຕ້ອນຮັບມາຍັງທ່ານ ຫຼີສຽງ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມສະວິດຢ່າງເປັນທາງການ ພ້ອມທັງຢືນຢັນວ່າ: ສະວິດຍິນດີສຸມຄວາມພະຍາຍາມຮ່ວມກັບຈີນ, ເພີ່ມທະວີການແລກປ່ຽນດ້ານວັດທະນະທໍາ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ ກໍຄືມິດຕະພາບລະຫວ່າງປະຊາຊົນສອງຊາດຕື່ມອີກ, ພ້ອມທັງຈະລົງເລິກຂະຫຍາຍທຸລະກິດຢູ່ຈີນຕື່ມອີກ.