ສປປ ເກົາຫຼີ ຕົກລົງຍຸບຄະນະກຳມະການທ້ອນໂຮມປະເທດຊາດເປັນເອກະພາບກັນໂດຍສັນຕິວິທີແລະອົງການຈັດຕັ້ງແຫ່ງອື່ນໆ ທີ່ກ່ຽວຂ້ອງກັບວຽກງານລະຫວ່າງ ສປປເກົາຫຼີ ແລະ ສເກົາຫຼີ

2024-01-16 17:08:21 cri

ວັນທີ 16 ມັງກອນນີ້, ຂ່າວສານສູນກາງ ສປປເກົາຫຼີ ແຈ້ງຂ່າວວ່າ, ວັນທີ 15 ມັງກອນນີ້, ສະພາປະຊາຊົນສູງສຸດ ສປປເກົາຫຼີ ປະກາດການຕົກລົງ ທີ່ຈະ ຍຸບຄະນະກຳມະການທ້ອນໂຮມປະເທດຊາດເພື່ອຄວາມເປັນເອກະພາບກັນໂດຍສັນຕິວິທີ, ກົມການທ່ອງທ່ຽວສາກົນພູຄຸມກາງ ແລະອົງການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານລະຫວ່າງ ສປປເກົາຫຼີ ແລະ ສເກົາຫຼີ ອື່ນໆ.


ຂ່າວແຈ້ງວ່າ, ການຕົກລົງດັ່ງກ່າວຊີ້ອອກວ່າ, ໃນເກືອບ 80 ປີມານີ້, ເສັ້ນທາງການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບກັນຂອງ ສປປເກົາຫຼີ ແມ່ນປະຕິບັດຢູ່ບົນພື້ນຖານ ຊົນຊາດໜຶ່ງ, ປະເທດໜຶ່ງ, ສອງລະບອບ. ແຕ່ກົງກັນຂ້າມ, ສເກົາຫຼີພັດໄດ້ກຳນົດເອົາ “ຮັບເອົາເປັນເອກະພາບກັນ” “ລະບອບດຽວກັນ” ເປັນນະໂຍບາຍແຫ່ງຊາດ. “ຕິດຕໍ່ພົວພັນກັບເຂົາເຈົ້າ, ຄືຊິບໍ່ຫ່ອນຈະບັນລຸການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບກັນຕະຫຼອດໄປ.”