ສ້າງຕັ້ງຈຸດລາຍງານຂ່າວ CMG ປະຈໍາເຂດຢາເຣນປະເທດນາອູຣູ

2024-01-16 10:53:14 CRI

 

   ວັນທີ 15 ມັງກອນນີ້ຕາມເວລາທ້ອງຖິ່ນ, ຈຸດລາຍງານຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈໍາເຂດຢາເຣນປະເທດນາອູຣູໄດ້ສ້າງຕັ້ງຂຶ້ນ ແລະ ເປີດໃຫ້ບໍລິການຢູ່ເຂດຢາເຣນປະເທດສາທາລະນະລັດນາອູຣູ. ນີ້ເປັນຈຸດລາຍງານຂ່າວຈຸດທີ 192 ໃນທົ່ວໂລກຂອງ CMG. ໃນມື້ດຽວກັນ, ທ້າວ ຫຼີຫຼິງເຟີ່ງ ຜູ້ລາຍງານຂ່າວ CMG ໄດ້ລາຍງານຂ່າວທີ່ພາດຫົວຂໍ້ “ນາອູຣູ ‘ຕັດສາຍພົວພັນ’ ກັບໄຕ້ຫວັນ” ເຊິ່ງເປັນຂ່າວທໍາອິດທີ່ CMG ລາຍງານຕໍ່ທົ່ວໂລກຢູ່ເຂດຢາເຣນ.