ໄຂກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈຳປີ 2024 ຢູ່ນະຄອນດາວໍສ໌ແຫ່ງປະເທດສະວິດ

2024-01-16 17:00:41 cri

ວັນທີ 15 ມັງກອນນີ້ຕາມເວລາທ້ອງຖິ່ນ, ກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈຳປີ 2024 ໄດ້ໄຂຂຶ້ນຢູ່ນະຄອນດາວໍສ໌ແຫ່ງປະເທດສະວິດພາຍໃຕ້ຫົວຂໍ້ “ສ້າງຄວາມໄວ້ເນື້ອເຊື່ອໃຈກັນຄືນໃໝ່”. ເຊິ່ງກອງປະຊຸມປະຈຳປີຄັ້ງນີ້ຈະລົງເລິກຊຸກຍູ້ການເຈລະຈາແລະຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າໂດຍປິ່ນອ້ອມການເຕີບໂຕຂອງເສດຖະກິດ,ແຜນດຳເນີນງານກ່ຽວກັບດິນຟ້າອາກາດແລະທຳມະຊາດແລະວຽກງານຮີບດ່ວນອື່ນໆໃນທົ່ວໂລກ.

  ກອງປະຊຸມຄັ້ງນີ້ໄດ້ດຶງດູດຜູ້ຕາງໜ້າຈາກ 120 ປະເທດແລະເຂດແຄວ້ນທັງໝົດ 2.800 ກວ່າທ່ານເຂົ້າຮ່ວມ ໃນນັ້ນລວມທັງປະມຸກລັດແລະຜູ້ນຳຂອງ 60 ກວ່າປະເທດ. ໃນໄລຍະກອງປະຊຸມທີ່ຈະດຳເນີນເປັນເວລາ 5 ວັນ, ຜູ້ຕາງໜ້າວົງການຕ່າງໆຈະຈັດກອງປະຊຸມແລະການສົນທະນາທີ່ເປີດເຜີຍຫຼືບໍ່ເປີດເຜີຍຫຼາຍຮ້ອຍຮອບ,ເພື່ອຮ່ວມກັນຄົ້ນຄວ້າເປິກສາຫາລືກ່ຽວກັບບັນຫາຮີບດ່ວນຕ່າງໆທີ່ໂລກກຳລັງຜະເຊີນໜ້າໃນປັດຈຸບັນ,ພ້ອມທັງສະເໜີແຜນການແກ້ໄຂສະບັບໃໝ່ທີ່ມີຄວາມອາດເປັນໄປໄດ້ແລະຕິດແທດກັບຕົວຈິງ.