ປະທານາທິບໍດີຕຸຍນີຊີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີການຕ່າງປະເທດຈີນ

2024-01-16 14:33:50 CRI

   ວັນທີ 15 ມັງກອນນີ້ຢູ່ນະຄອນຫຼວງຕຸຍນີຊີຂອງສາທາລະນະລັດຕຸຍນີຊີ, ທ່ານ ກາຍສ໌ ຊາອິດ ປະທານາທິບໍດີຕຸຍນີຊີໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໃນໂອກາດຢ້ຽມຢາມຕຸຍນີຊີ.


   ໃນໂອກາດນີ້, ທ່ານ ກາຍສ໌ ຊາອິດ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນທີ່ໄດ້ໃຫ້ການສະໜັບສະໜູນອັນລໍ້າຄ່າມາເປັນເວລາຍາວນານ ເຊິ່ງໄດ້ຊ່ວຍເຫຼືອຕຸຍນີຊີບັນລຸການພັດທະນາຂອງປະເທດຊາດ ກໍຄືປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ຕຸຍນີຊີຈະສືບຕໍ່ເຂົ້າຮ່ວມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງຫ້າວຫັນ, ຖອດຖອນບົດຮຽນທີ່ປະສົບຜົນສໍາເລັດນໍາຈີນ ເພື່ອຊຸກຍູ້ການຫັນເປັນທັນສະໄໝທີ່ມີສີສັນພິເສດຂອງຕຸຍນີຊີ. ຕຸຍນີຊີປະຕິບັດຕາມຫຼັກການປະເທດຈີນດຽວ ແລະ ມະຕິຕົກລົງເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ສະໜັບສະໜູນຈີນນໍາໃຊ້ອະທິປະໄຕໃນຜືນແຜ່ນດິນອັນຄົບຖ້ວນ.


   ທ່ານ ຫວາງຢີ້ ກ່າວວ່າ: ນັບແຕ່ຈີນ-ຕຸຍນີຊີສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 60 ປີມານີ້, ການພົວພັນສອງຝ່າຍໄດ້ຮັກສາການພັດທະນາຢ່າງປອດໃສ ແລະ ໝັ້ນທ່ຽງ, ສອງຝ່າຍໄດ້ເຄົາລົບເຊິ່ງກັນແລະກັນ ແລະ ປະຕິບັດຕໍ່ກັນຢ່າງສະເໝີພາບມາໂດຍຕະຫຼອດ, ພ້ອມທັງໄດ້ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ດໍາເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດບົນພື້ນຖານດັ່ງກ່າວ. ພວກຂ້າພະເຈົ້າຍິນດີຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈກັນໃນດ້ານການເມືອງ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເພື່ອເລັ່ງລັດບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງກັນແລະກັນ.