ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນ: ການສູ້ຮົບຢ່າງດຸເດືອດທີ່ພາກເໜືອຂອງເຂດກາຊາໄດ້ສິ້ນສຸດລົງແລ້ວ

2024-01-16 10:53:31 cri

ວັນທີ 15 ມັງກອນນີ້, ທ່ານໂຢອັຟ ກາລັນ, ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ, ການສູ້ຮົບອັນດຸເດືອດຂອງທະຫານອິດສາຣາແອນຢູ່ພາກເໜືອໃນເຂດກາຊາ ໄດ້ສິ້ນສຸດລົງແລ້ວ, ແລະການສູ້ຮົບທີ່ຕໍ່ເນື່ອງກັນຢູ່ພາກໃຕ້ຂອງເຂດກາຊາກໍ່ຈະສິ້ນສຸດລົງໃນໄວໆນີ້.


ທ່ານກາລັນ ກ່າວວ່າ, ເປົ້າໝາຍສຳຄັນຢູ່ທາງພາກໃຕ້ໃນເຂດກາຊາຂອງທະຫານອິດສະຣາແອນແມ່ນຜູ້ນຳກຸ່ມຮາມັສ, ກອງພົນນ້ອຍຮານຢູນິສ ຂອງກຸ່ມຮາມັສກຳລັງແຕກລະລາຍ. ທ່ານຍັງກ່າວວ່າ, ໃນອະນາຄົດ, ເຂດກາຊາຈະໃຫ້ຊາວປາແລັດສະຕິນປົກຄອງ, ການສິ້ນສຸດການເຄື່ອນໄຫວຂອງທະຫານອິດສະຣາແອນ “ຈຳເປັນຕ້ອງຖືເອົາການເຄື່ອນໄຫວທາງການເມືອງເປັນພື້ນຸຖານ”.