ອົງການສະຫະປະຊາຊາດຈະພິມຈຳໜ່າຍຊຸດສະແຕັມປີມະໂລງຕາມຈັນທະຄະຕິຈີນ

2024-01-17 11:40:40 CRI

 

   ເພື່ອສະເຫຼີມສະຫຼອງບຸນກຸດຈີນຕາມຈັນທະຄະຕິຈີນທີ່ຈະໝູນວຽນມາເຖິງ, ກົມຄຸ້ມຄອງໄປສະນີອົງການສະຫະປະຊາຊາດຈະພິມຈຳໜ່າຍຊຸດສະແຕັມພິເສດປີມະໂລງຕາມຈັນທະຄະຕິຈີນຢູ່ນະຄອນນິວຢອກອາເມຣິກາໃນວັນທີ 19 ມັງກອນ2024.


   ຊຸດສະແຕັມປີມະໂລງດັ່ງກ່າວແມ່ນປະກອບດ້ວຍສະແຕັມ 10 ໃບເຊິ່ງແຕ່ລະໃບມີມູນຄ່າເປັນ 1,5 ໂດລາ, ເບື້ອງຊ້າຍຂອງສະແຕັມເປັນຮູບກາໝາຍຂອງອົງການສະຫະປະຊາຊາດ, ສ່ວນເບື້ອງຂວາຂອງສະແຕັມເປັນຮູບມັງກອນເຫາະເຫີນທ່າມກາງປຸຍເມກ ແລະ ດອກໄມ້ສິລິມຸງຄຸນ ເຊິ່ງເປັນຜົນງານທີ່ອອກແບບໂດຍຜູ້ອອກແບບຄົນຈີນ.


   ເດືອນພຶດສະພາປີ 2010, ກົມຄຸ້ມຄອງໄປສະນີອົງການສະຫະປະຊາຊາດໄດ້ພິມຈໍາໜ່າຍສະແຕັມ 12 ນັກສັດຂອງຈີນເປັນເທື່ອທໍາອິດ, ນັບມາຮອດປີ 2021, ໄດ້ພິມຈໍາໜ່າຍສະແຕັມ 12 ນັກສັດຂອງຈີນເປັນຮອບທໍາອິດ.