ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນ-ຣັດເຊຍໄດ້ຮັບການພັດທະນາຢ່າງວ່ອງໄວ

2024-01-19 16:15:43 CRI

   ທ່ານ ເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍໄດ້ຢືນຢັນເມື່ອວັນທີ 18 ມັງກອນນີ້ວ່າ: ຣັດເຊຍ ແລະ ຈີນແມ່ນໄດ້ສ້າງຕັ້ງກົນໄກການຮ່ວມມືນໍາກັນຢ່າງກວ້າງຂວາງ ແລະ ມີລະດັບສູງ, ພ້ອມດຽວກັນນີ້, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດຍັງໄດ້ຮັບການພັດທະນາຂຶ້ນຢ່າງວ່ອງໄວ.


   ໃນເວລາຕອບຄໍາຖາມຂອງນັກຂ່າວຈີນຢູ່ໃນກອງປະຊຸມຖະແຫຼງຂ່າວເພື່ອສະຫຼຸບວຽກງານການຕ່າງປະເທດຂອງຣັດເຊຍປະຈໍາປີ 2023 ທີ່ຖືກຈັດຂຶ້ນໃນມື້ດຽວກັນ, ທ່ານ ລາຟລົຟ ຍັງໄດ້ຍົກໃຫ້ເຫັນເຖິງການຮ່ວມມືທີ່ດີໃນຂົງເຂດວຽກງານເສດຖະກິດລະຫວ່າງຣັດເຊຍ-ຈີນເພື່ອສະແດງໃຫ້ຮູ້ເປັນຕົວຢ່າງໂດຍກ່າວວ່າ: ຍອດມູນຄ່າການຄ້າສອງຝ່າຍລະຫວ່າງຣັດເຊຍ-ຈີນໃນປີ 2023 ໄດ້ລື່ນກາຍເປົ້າໝາຍທີ່ໄດ້ວາງເອົາໄວ້ເຊິ່ງມີຫຼາຍກວ່າ 200 ຕື້ໂດລາ, ທ່ວງທ່າຂອງການຂະຫຍາຍຕົວທີ່ດີແບບນີ້ຍັງຈະຮັກສາໄວ້ຢ່າງຕໍ່ເນື່ອງ. ນອກນັ້ນ, ສອງຝ່າຍໄດ້ຮ່ວມກັນຈັດກິດຈະກໍາໃນຂົງເຂດວັດທະນະທໍາ ແລະ ການສຶກສາໃນທຸກປີທີ່ຜ່ານມາ ເຊິ່ງປີນີ້ກໍຈະຈັດຂຶ້ນເຊັ່ນດຽວກັນ. ກິດຈະກໍາເຫຼົ່ານີ້ຈະໄດ້ສືບຕໍ່ສ້າງກາລະໂອກາດທີ່ສໍາຄັນໃຫ້ກັບສອງປະເທດໃນການດໍາເນີນການແລກປ່ຽນການສົນທະນາລະຫວ່າງຂັ້ນຕ່າງໆ ເພື່ອຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາຕື່ມອີກ.