ຂ່າວສານສູນກາງ ສປປ ເກົາຫຼີ: ປະທານາທິບໍດີຣັດເຊຍຍິນດີໄປຢ້ຽມຢາມ ສປປ ເກົາຫຼີໂດຍໄວເທົ່າທີ່ຈະໄວໄດ້

2024-01-21 12:18:56 CRI


     ຂ່າວສານສູນກາງ ສປ ເກົາຫຼີລາຍງານໃນວັນທີ 21 ມັງກອນນີ້ວ່າ: ວັນທີ 20 ມັງກອນນີ້, ຫ້ອງການຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສປ ເກົາຫຼີໄດ້ອອກຖະແຫຼງການໂດຍແຈ້ງໝາກຜົນແຫ່ງການຢ້ຽມຢາມຣັດເຊຍຂອງລັດຖະມົນຕີກະຊວງການຕ່າງປະເທດ ສປ ເກົາຫຼີ. ຖະແຫຼງການດັ່ງກ່າວລະບຸວ່າ: ໃນໄລຍະຢ້ຽມຢາມຣັດເຊຍ, ສປ ເກົາຫຼີ ກັບຣັດເຊຍໄດ້ແລກປ່ຽນຄວາມເຫັນທາງດ້ານຍຸດທະສາດ ແລະໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນ, ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ຍິນດີໄປຢ້ຽມຢາມ ສປ ເກົາຫຼີໂດຍໄວເທົ່າທີ່ຈະໄວໄດ້.

     ຖະແຫຼງການຍັງລະບຸວ່າ: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານເຊີເກ ລັລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ, ທ່ານນາງໂຈຍຊົນຮຸຍ ລັດຖະມົນຕີກະຊວງການຕ່າງປະເທດປ ເກົາຫຼີໄດ້ນຳພາຄະນະຜູ້ແທນລັດຖະບານ ສ ເກົາຫຼີເດີນທາງໄປຢ້ຽມຢາມຣັດເຊຍຢ່າງເປັນທາງການລະຫວ່າງວັນທີ 15 ຫາ 17 ມັງກອນນີ້, ໃນໄລຍະການຢ້ຽມຢາມ, ທ່ານນາງໄດ້ເຂົ້າຢ້ຽມຂ່ຳນັບທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ແລະໄດ້ເຈລະຈາກັບທ່ານເຊີເກ ລັລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ.