ຈີນຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃນວິກິດການອູແກຣນຈົ່ງຟື້ນຟູການເຈລະຈາກັນ

2024-01-23 17:20:48 cri


    ວັນທີ 22 ມັງກອນນີ້, ທ່ານຈ່າງຈູ່ນ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນເວລາທີ່ສະພາຄວາມໝັ້ນຄົງໄດ້ພິຈາລະນາບັນຫາອູແກຣນ ໂດຍຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃນວິກິດການອູແກຣນຈົ່ງດຳເນີນການສົນທະນາກັນໂດຍກົງ ແລະຟື້ນຟູການເຈລະຈາກັນເປັນກ້າວໆ.

   ທ່ານຈ່າງຈູ່ນກ່າວວ່າ: ໃນການປະທະກັນນັ້ນ ຈະບໍ່ມີປະເທດໃດໄດ້ຮັບໄຊຊະນະ, ການສົ່ງອາວຸດເຂົ້າສູ່ສະໜາມຮົບຫຼາຍສ່ຳໃດກໍບໍ່ເປັນຜົນດີຕໍ່ການບັນລຸສັນຕິພາບ, ການເຮັດໃຫ້ສົງຄາມຍືດເຍື້ອອອກໄປ ມີແຕ່ຈະເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊີວິດແລະໄດ້ຮັບບາດເຈັບຫຼາຍກວ່າເກົ່າເທົ່ານັ້ນ.ບໍ່ວ່າເມື່ອໃດກໍບໍ່ຄວນເລີກລົ້ມຄວາມພະຍາຍາມທາງການທູດ. ຈີນຮຽກຮ້ອງໃຫ້ດຳເນີນການສົນທະນາກັນໂດຍກົງແລະໂດຍໄວເທົ່າທີ່ຈະໄວໄດ້, ແລ້ວຟື້ນຟູການເຈລະຈາກັນເປັນກ້າວໆ, ເສີມສ້າງຄວາມຮັບຮູ້ທີ່ເປັນເອກະພາບກັນເພື່ອຍຸດຕິການປະທະກັນ. ປະຊາຄົມໂລກແລະອົງການສະຫະປະຊາຊາດຄວນສ້າງເງື່ອນໄຂອັນຕັ້ງໜ້າເພື່ອຟື້ນຟູການເຈລະຈາກັນດັ່ງກ່າວ, ຝ່າຍອື່ນໆທີ່ກ່ຽວຂ້ອງຄວນຫຼີກລ່ຽງບໍ່ໃຊ້ການກະທຳທີ່ບໍ່ເປັນການສ້າງສັນແລະບໍ່ກ່າວຖ້ອຍຄວາມທີ່ບໍ່ມີການຮັບຜິດຊອບ.