ປະຊາຄົມໂລກຕີລາຄາສູງຕໍ່ການປົກປ້ອງສິດທິມະນຸດຂອງຈີນ

2024-01-24 14:23:56 cri


   ວັນທີ23ມັງກອນນີ້,ຈີນໄດ້ເຂົ້າຮ່ວມການພິຈາລະນາສິດທິມະນຸດຂອງປະເທດຕ່າງໆໃນຮອບທີ 4 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດຢູ່ນະຄອນຫຼວງເຊີແນວຂອງສະວິດ. ທ່ານເຊີນຊີ້ວ ຜູ້ຕາງໜ້າຖາວອນຂອງຈີນປະຈຳຢູ່ສຳນັກງານໃຫຍ່ເຊີແນວຂອງອົງການສະຫະປະຊາຊາດແລະຢູ່ອົງການຈັດຕັ້ງສາກົນອື່ນໆຢູ່ສະວິດໄດ້ນຳພາຄະນະຜູ້ແທນຂອງລັດຖະບານຈີນເຂົ້າຮ່ວມກອງປະຊຸມດັ່ງກ່າວ.

   ມີ120ກວ່າປະເທດໄດ້ຕີລາຄາຄວາມຄືບໜ້າຂອງພັດທະນາສິດທິມະນຸດຈີນຢ່າງຕັ້ງໜ້າ, ຢືນຢັນຢ່າງເຕັມທີ່ຕໍ່ຄວາມພະຍາຍາມຢ່າງບໍ່ລົດລະຂອງຈີນໃນດ້ານການຊຸກຍູ້ແລະປົກປ້ອງສິດທິມະນຸດ,ຍ້ອງຍໍຈີນທີ່ຈັດຕັ້ງປະຕິບັດປະຊາທິປະໄຕປະຊາຊົນທົ່ວຂະບວນການ,ວາງແລະປະຕິບັດແຜນການດຳເນີນງານສິດທິມະນຸດແຫ່ງຊາດ; ບັນດາປະເທດເຫຼົ່ານີ້ເຫັນວ່າ ເສັ້ນທາງພັດທະນາສິດທິມະນຸດຂອງຈີນແມ່ນສອດຄ່ອງກັບສະພາບການແຫ່ງຊາດແລະເໝາະກັບຄວາມປາດຖະໜາຂອງປະຊາຊົນຈີນ, ໄດ້ສະໜອງວິທີທາງເລືອກອັນໃໝ່ໃຫ້ແກ່ປະເທດຕ່າງໆໃນໂລກ ໂດຍສະເພາະແມ່ນປະເທດພວມພັດທະນາທີ່ເປັນເຈົ້າການຊອກຄົ້ນຫາເສັ້ນທາງການພັດທະນາໃນດ້ານສິດທິມະນຸດ; ຫວັງວ່າຝ່າຍຈີນຈະສືບຕໍ່ຈັດກິດຈະກຳແລກປ່ຽນສາກົນຢູ່ໃນຂົງເຂດສິດທິມະນຸດ, ຊຸກຍູ້ໃຫ້ທຸກຝ່າຍເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ຊຸກຍູ້ການຄຸ້ມຄອງສິດທິມະນຸດທົ່ວໂລກໃຫ້ຂະຫຍາຍໄປຂ້າງໜ້າຕາມທິດທ່ຽງທຳ,ຍຸຕິທຳ,ສົມເຫດສົມຜົນແລະກວມລວມຫຼາຍກວ່າເກົ່າ.

   ຫຼັງຈາກການພິຈາລະນາຄັ້ງນີ້ສິ້ນສຸດລົງ,ຄົນທັງຫຼາຍໄດ້ຕົບມືຢ່າງຟົດສະນັ່ນໃຫ້ກັບປະເທດຈີນ,ແລະຜູ້ຕາງໜ້າຂອງຫຼາຍປະເທດກໍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຜູ້ແທນຈີນນຳອີກ.