ທະຫານອາເມຣິກາຫຼອນໂຈມຕີກຸ່ມປະກອບອາວຸດທີ່ຢູ່ອິຣັກ

2024-01-25 11:32:08 CRI

    ຫວ່າງມໍ່ໆມານີ້, ກອງບັນຊາການສູນກາງອາເມຣິກາໄດ້ອອກຖະແຫຼງການຢູ່ສື່ສັງຄົມອອນລາຍວ່າ: ວັນທີ 24 ມັງກອນນີ້, ກອງທະຫານອາເມຣິກາທີ່ຂຶ້ນກັບກອງບັນຊາການສູນກາງອາເມຣິກາໄດ້ຫຼອນໂຈມຕີຕໍ່ສິ່ງກໍ່ສ້າງຂອງກຸ່ມປະກອບອາວຸດ 3 ແຫ່ງຢູ່ອິຣັກ.



    ຖະແຫຼງການລະບຸວ່າ: ການຫຼອນໂຈມຕີຄັ້ງນີ້ແມ່ນປະຕິບັດໂດຍທະຫານອາເມຣິກາເອງ ແລະ ສິ່ງກໍ່ສ້າງທີ່ຖືກໂຈມຕີນັ້ນແມ່ນຂຶ້ນກັບ “ຈູນດາລາຮ໌” ເຊິ່ງເປັນກຸ່ມທະຫານລາດທີ່ຖືກສະໜັບສະໜູນດ້ວຍອີຣານ ພ້ອມດ້ວຍກຸ່ມປະກອບອາວຸດອື່ນໆທີ່ຂຶ້ນກັບອີຣານ.