ອົງການຈັດຕັ້ງປະຊາຊົນຈີນສົ່ງຈົດໝາຍໄປຍັງປະທານສະພາສິດທິມະນຸດສປຊ

2024-01-26 15:11:49 cri


    ຫວ່າງມໍ່ໆມານີ້, ອົງການຈັດຕັ້ງປະຊາຊົນຈີນໄດ້ສົ່ງຈົດໝາຍໄປຍັງປະທານສະພາສິດທິມະນຸດອົງການສະຫະປະຊາຊາດ.

   ຈົດໝາຍລະບຸວ່າ: ພວກຂ້າພະເຈົ້າສັງເກດເຫັນວ່າ: ໃນໄລຍະຜ່ານມານີ້, ສະຫະພັນສິດທິມະນຸດສາກົນແລະຂະບວນການສະໜັບສະໜູນເຂດປົກຄອງຕົນເອງຊີ່ຈ້າງຕິເບດທາງສາກົນ, ສູນສິດທິມະນຸດແລະປະຊາທິປະໄຕຊີ່ຈ້າງແລະອົງການຈັດຈັ້ງອື່ນໆມີເຈດຈຳນົງຢາກກ່າວໂຈມຕີ, ໃສ່ຮ້າຍປ້າຍສີແລະແບ່ງແຍກປະເທດຈີນ ໂດຍນຳໃຊ້ເວທີສະພາສິດທິມະນຸດສປຊເພື່ອປ່າວຂ່າວກໍ່ເລື່ອງທີ່ບໍ່ຖືກຕ້ອງຢ່າງຮ້າຍແຮງ, ຫວັງຢາກຊຸກຍູ້ໃຫ້ສະພາສິດທິມະນຸດກ່າວຖ້ອຍຄວາມໄປທາງອ່ຽງທີ່ບໍ່ດີກ່ຽວກັບບັນຫາຊີ່ຈ້າງ, ປຸກປັ່ນປະເທດອື່ນໆກ່າວປະນາມຈີນດ້ວຍບັນຫາກ່ຽວຂ້ອງກັບຊີ່ຈ້າງ. ການກະທຳທີ່ປີ້ນຂາວເປັນດຳເຫຼົ່ານີ້ ໄດ້ແຕະຕ້ອງຈິດໃຈຂອງປະຊາຊົນຈີນນັບເປັນ 1,4 ຕື້ຄົນທີ່ລວມທັງປະຊາຊົນຊີ່ຈ້າງຢ່າງໜັກໜ່ວງ, ໄດ້ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ປະຊາຊົນບັນດາປະເທດໃນໂລກທີ່ຄວນມີຄວາມຮັບຮູ້ທີ່ຖືກຕ້ອງແລະຫາງສຽງສາກົນທີ່ທ່ຽງທຳຕໍ່ເຂດຊີ່ຈ້າງ. ພວກຂ້າພະເຈົ້າຄັດຄ້ານຢ່າງຮຸນແຮງຕໍ່ການສ້າງຂ່າວປອມຂຶ້ນມາແລະໃສ່ຮ້າຍປ້າຍສີເຂດຊີ່ຈ້າງຢ່າງໄຮ້ເຫດຜົນ, ແລະຄັດຄ້ານຢ່າງແຮງກ້າຕໍ່ການທີ່ປັ້ນແຕ່ງບັນຫາສິດທິມະນຸດທີ່ກ່ຽວຂ້ອງກັບຊີ່ຈ້າງໃຫ້ເປັນບັນຫາທາງການເມືອງ, ນອກນີ້ ຍັງເອົາເຂດຊີ່ຈ້າງເປັນເຄື່ອງມືແລະໃສ່ຮ້າຍຢ່າງເປິເປື້ອນມາຕະຫຼອດ.