ເຈົ້າໜ້າທີ່ສປຊ:ສະພາບການຢູ່ທະເລແດງສ້າງຜົນກະທົບອັນໃຫຍ່ຫຼວງຕໍ່ການຂົນສົ່ງທາງທະເລຂອງໂລກ

2024-01-27 15:36:40 CRI

    ຫວ່າງມໍ່ໆມານີ້, ອາເມຣິກາ ແລະ ອັງກິດໄດ້ຫຼອນໂຈມຕີກຸ່ມປະກອບອາວຸດຮູຊີປະເທດເຢແມນ, ກຸ່ມຮູຊີກໍ່ໂຈມຕີກຳປັ່ນຂົນສົ່ງສິນຄ້າຢ່າງຕໍ່ເນື່ອງ ແລະ ສະບານຕົວວ່າຈະແກ້ແຄ້ນຕໍ່ອາເມຣິກາ ແລະ ອັງກິດ.


    ເຂດທະເລແດງເປັນຊ່ອງທາງຂົນສົ່ງສິນຄ້າ ແລະ ພະລັງງານສາກົນອັນສຳຄັນ, ສະພາບການເຄັ່ງຕຶງຢູ່ເຂດທະເລແດງເຮັດໃຫ້ການຂົນສົ່ງສິນຄ້າທາງທະເລໄດ້ຮັບຜົນກະທົບໂດຍກົງ.


 

     ທ່ານຈານ ໂຮຟແມນ ຜູ້ຮັບຜິດຊອບການຄ້າ ແລະ ການຈໍລະຈອນສິນຄ້າຂອງກອງປະຊຸມການຄ້າ ແລະ ການພັດທະນາອົງການສະຫະປະຊາຊາດກ່າວວ່າ: ການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນເຮັດໃຫ້ການຂົນສົ່ງນ້ຳມັນເຊື້ອໄຟ ແລະ ທັນຍາຫານພົບຄວາມຫຍຸ້ງຍາກ, ລະດັບນ້ຳຂອງຄອງປານາມາເຮັດໃຫ້ການເດີນເຮືອບໍ່ສະພວກ. ປັດຈຸບັນ, ສະພາບການຢູ່ທະເລແດງເຄັ່ງຕຶງຂຶ້ນເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າທາງທະເລຂອງທົ່ວໂລກເພີ່ມຫຼາຍຂຶ້ນຢ່າງໜັກໜ່ວງ. ສະພາບການຢູ່ເຂດທະເລແດງເຄັ່ງຕຶງຢ່າງຕໍ່ເນື່ອງນັ້ນ ຈະສ້າງຜົນສະທ້ອນອັນໃຫຍ່ຫຼວງຕໍ່ການຂົນສົ່ງສິນຄ້າທາງທະເລຂອງໂລກຈົນເຖິງເສດຖະກິດຂອງໂລກ.

 
    ວັນທີ 25 ມັງກອນນີ້, ທ່ານນາງຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບເຕືອນໃຫ້ຮູ້ວ່າ: ຄວາມເຄັ່ງຕຶງຂອງສະພາບການຢູ່ເຂດທະເລແດງຈະສົ່ງຜົນສະທ້ອນໄປຮອດເອີຣົບ,ອາດຈະເຮັດໃຫ້ລະດັບເງິນເຟີ້ຂອງເອີຣົບຖີບສູງຂຶ້ນ. ພ້ອມທັງເຮັດໃຫ້ລາຄາພະລັງງານ ແລະ ຕົ້ນທຶນການຂົນສົ່ງເພີ່ມຫຼາຍຂຶ້ນ ແລ້ວຈະສ້າງຜົນຮ້າຍຕໍ່ການຄ້າທົ່ວໂລກ.