ສື່ມວນຊົນອັງກິດລາຍງານວ່າ: ອາເມຣິກາມີແຜນຈະຕິດຕັ້ງອາວຸດນິວເຄຣຍຢູ່ອັງກິດຄືນໃໝ່

2024-01-28 11:17:40 CRI

 

   ໜັງສືພິມ The Daily Telegraph ຂອງອັງກິດລາຍງານເມື່ອວັນທີ 26 ມັງກອນນີ້ວ່າ: ອີງຕາມເອກະສານຂອງກະຊວງປ້ອງກັນປະເທດອາເມຣິກາສະແດງໃຫ້ເຫັນວ່າ, ອາເມຣິກາມີແຜນຈະຕິດຕັ້ງລະບົບອາວຸດນິວເຄຣຍຢູ່ອັງກິດຄືນໃໝ່, ສາເຫດຍ້ອນ “ໄພຂົ່ມຂູ່ຈາກຣັດເຊຍນັບມື້ນັບເພີ່ມຂຶ້ນ”. ຕາມຂ່າວຊີ້ໃຫ້ເຫັນວ່າ: ອາເມຣິກາມີແຜນຈະຕິດຕັ້ງຫົວລະເບີດນິວເຄຣຍຢູ່ຖານທັບອາກາດໂຣເຢີນ ແຫ່ງໜຶ່ງຢູ່ລັດຊຸຟອກ ປະເທດອັງກິດ, ນີ້ຈະເປັນການວາງແຜນເພື່ອຈັດວາງອາວຸດນິວເຄຣຍຢູ່ອັງກິດເທື່ອທໍາອິດໃນຮອບສິບກວ່າປີຜ່ານມາ ພາຍຫຼັງອາເມຣິກາຖອນຫົວລະເບີດນິວເຄຣຍອອກຈາກອັງກິດເມື່ອປີ 2008.


   ທ່ານນາງ ມາເຣຍ ຈາຮາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍເຄີຍຊີ້ໃຫ້ເຫັນວ່າ: ທຸກການເຄື່ອນໄຫວທີ່ຕິດຕັ້ງອາວຸດນິວເຄຣຍຂອງອາເມຣິກາຢູ່ອັງກິດຄືນໃໝ່ນັ້ນ, ຈະຖືກຣັດເຊຍຖືເປັນການທໍາລາຍສະພາບຄວາມໝັ້ນຄົງຂອງພາກພື້ນ ເຊິ່ງຣັດເຊຍຈະນໍາໃຊ້ມາດຕະການລົງໂທດຄືນເພື່ອປົກປ້ອງຄວາມໝັ້ນຄົງຂອງປະເທດຕົນ.