ກອງທັບອິຣັກກຽມພ້ອມໄດ້ດີແລ້ວທີ່ສິ້ນສຸດການປະຈຳຢູ່ອິຣັກຂອງພັນທະມິດສາກົນ

2024-01-29 11:33:19 cri


   ກະຊວງການຕ່າງປະເທດອິຣັກໄດ້ປະກາດໃນວັນທີ 25 ມັງກອນນີ້ຕາມເວລາທ້ອງຖິ່ນວ່າ: ອິຣັກແລະອາເມຣິກາຈະເລີ່ມການສົນທະນາລະຫວ່າງຄະນະກຳມະການການທະຫານຂອງຂັ້ນສູງສອງຝ່າຍ, ເພື່ອຊຸກຍູ້ໃຫ້ວາງຕາຕະລາງເວລາທີ່ລະອຽດ,ກຳນົດເວລາຈຳກັດຕໍ່ທີ່ເປິກສາຂອງ“ພັນທະມິດສາກົນ”ທີ່ຄວບຄຸມໂດຍອາເມຣິກາປະຈຳຢູ່ອິຣັກ, ແລະເລີ່ມຫຼຸດຈຳນວນທີ່ເປິກສາປະຈຳຢູ່ອິຣັກລົງເທື່ອລະກ້າວ. ວັນທີ 27 ມັງກອນນີ້, ອິຣັກແລະອາເມຣິກາເລີ່ມຈັດການສົນທະນາຮອບທຳອິດ. ທ່ານທາຊີນ ຮາຟາຈີ ໂຄສົກກອງບັນຊາການສູ້ຮົບຮ່ວມຂອງອິຣັກກ່າວໃນວັນທີ 28 ມັງກອນນີ້ວ່າ: ກອງທັບປ້ອງກັນຄວາມໝັ້ນຄົງຂອງອິຣັກໄດ້ກຽມພ້ອມເປັນຢ່າງດີແລ້ວໃນເລື່ອງນີ້.

   ທ່ານຮາຟາຈີກ່າວວ່າ: ກອງທັບປ້ອງກັນຄວາມໝັ້ນຄົງແລະກະຊວງພາຍໃນອິຣັກໄດ້ເຂົ້າຮັບວຽກງານຮັກສາຄວາມໝັ້ນຄົງຂອງ 5 ແຂວງຢ່າງສະດວກ, ທັງກະກຽມຈະເຂົ້າຮັບວຽກງານຂອງແຂວງຕ່າງໆຕື່ມອີກຫຼາຍກວ່າເກົ່າໃນປີນີ້.