ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມຣິກາຢຸດຕິການສະໜອງງົບປະມານດ້ານການເງິນໃຫ້ແກ່ສຳນັກງານ UNRWA

2024-01-29 11:32:35 cri


    ຫວ່າງມໍ່ໆມານີ້, ພະນັກງານຫຼາຍຄົນຂອງສຳນັກງານບັນເທົາທຸກ ແລະ ໂຄງການຜູ້ລີ້ໄພຊາວປະແລັດສະຕິນຢູ່ຕາເວັນອອກໃກ້ຂອງອົງການສະຫະປະຊາຊາດ ຫຼື UNRWA ໄດ້ຖືກກ່າວຟ້ອງໃນຂໍ້ຫາທີ່ເຂົ້າຮ່ວມການໂຈມຕີຕໍ່ອິດສະຣາແອນຂອງກຸ່ມຮາມັສໃນເດືອນຕຸລາ 2023. ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມຣິກາໄດ້ປະກາດໃນວັນທີ 27 ມັງກອນນີ້ວ່າຈະຢຸດຕິການສະໜອງງົບປະມານດ້ານການເງິນໃຫ້ແກ່ສຳນັກງານ UNRWA ເປັນການຊົ່ວຄາວ.

    ທ່ານໂມຮຳເມັດ ຊີໄຕເຢຮ໌ ນາຍົກລັດຖະມົນຕີປາແລັດສະຕິນໄດ້ອອກຖະແຫຼງການໃນວັນທີ 28 ມັງກອນນີ້ໂດຍໄດ້ຕຳໜິຕິຕຽນອິດສະຣາແອນທີ່ໄດ້ລະດົມປະຊາຄົມໂລກໃຫ້ຢຸດຕິການສະໜອງງົບປະມານດ້ານການເງິນໃຫ້ແກ່ສຳນັກງານ UNRWA ແລະຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຈົ່ງຍົກເລີກຄວາມຕັດສິນໃຈດັ່ງກ່າວ.