ສະຫະພາບເອີຣົບແກ່ຍາວເວລາການລົງໂທດເສດຖະກິດຣັດເຊຍອີກເທື່ອໃໝ່

2024-01-30 11:11:07 cri

ວັນທີ 29 ມັງກອນນີ້, ຄະນະກຳມະການສະຫະພາບເອີຣົບໄດ້ປະກາດຈະແກ່ຍາວເວລາການລົງໂທດເສດຖະກິດຣັດເຊຍອອກໄປອີກ 6 ເດືອນໃຫ້ຈົນເຖິງວັນທີ 31 ກໍລະກົດ ປີ 2024 ດ້ວຍສາເຫດທີ່ວ່າ: ການປະທະກັນລະຫວ່າງຣັດເຊຍ-ອູແກຣນຍັງສືບຕໍ່ດຳເນີນໄປຢູ່.

ໃນຖະແຫຼງການທີ່ເປີດເຜີຍໂດຍຄະນະກຳມະການສະຫະພາບເອີຣົບໃນມື້ດຽວກັນລະບຸວ່າ: ການລົງໂທດດັ່ງກ່າວລວມມີມາດຕະການຈຳກັດໃນດ້ານຕ່າງໆ ເຊັ່ນ: ການຄ້າ, ການທະນາຄານ, ການຂົນສົ່ງ, ສິນຄ້າຫຼູຫຼາ, ການຂົນສົ່ງນ້ຳມັນດິບທາງທະເລ, ທະນາຄານບາງແຫ່ງ ແລະ ສື່ມວນຊົນຈຳນວນໜຶ່ງ ແລະ ອື່ນໆ.

ຄະນະກຳມະການສະຫະພາບເອີຣົບແຈ້ງໃຫ້ຮູ້ວ່າ: ຖ້າວ່າການປະທະກັນດັ່ງກ່າວສືບຕໍ່ດຳເນີນໄປ, ສະຫະພາບເອີຣົບຈະຮັກສາໃຫ້ປະຕິບັດມາດຕະການລົງໂທດທັງໝົດຂອງຕົນບໍ່ປ່ຽນແປງ ພ້ອມທັງຈະປະຕິບັດມາດຕະການຫຼາຍກວ່ານີ້ໃນເວລາທີ່ຈຳເປັນ.

ຕໍ່ກັບການລົງໂທດຂອງສະຫະພາບເອີຣົບ, ຄະນະຜູ້ຕາງໜ້າຖາວອນຂອງຣັດເຊຍປະຈຳສະຫະພາບເອີຣົບໄດ້ອອກຖະແຫຼງການໃນກ່ອນໜ້ານີ້ວ່າ: ເສດຖະກິດຣັດເຊຍຍັງບໍ່ທັນໄດ້ “ແຕກແຍກ ແລະ ພັງທະລາຍ” ເທື່ອ, ຈຸດປະສົງທີ່ຢາກປິດລ້ອມໂດດດ່ຽວຣັດເຊຍອອກຈາກສະຫະພາບເອີຣົບ ແລະ ເວທີສາກົນອື່ນໆນັ້ນ ໄດ້ປະສົບຄວາມຫຼົ້ມແຫຼວ, ເປົ້າໝາຍທີ່ຢາກເຮັດໃຫ້ຣັດເຊຍ “ປະສົບຄວາມຫຼົ້ມແຫຼວທາງຍຸດທະສາດ” ນັ້ນກໍບໍ່ໄດ້ປະສົບຜົນສຳເລັດເຊັ່ນດຽວກັນ.