IMF ຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດໂລກໃນປີ 2024 ປັບຂຶ້ນໃຫ້ເປັນ 3,1%

2024-01-31 11:04:47 cri

ວັນທີ 30 ມັງກອນນີ້, ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ເປີດເຜີຍເນື້ອໃນປັບປຸງໃໝ່ຂອງບົດລາຍງານການຄາດຄະເນເສດຖະກິດໂລກ ໂດຍຄາດວ່າ: ອັດຕາການເຕີບໂຕຂອງເສດຖະກິດໂລກໃນປີ 2024 ແມ່ນ 3,1%, ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ຕົວເລກທີ່ຄາດຄະເນໄວ້ໃນເດືອນຕຸລາປີ 2023 ທີ່ຜ່ານມາ ແລະ ຄາດວ່າອັດຕາການເຕີບໂຕຂອງເສດຖະກິດໂລກໃນປີ 2025 ແມ່ນ 3,2%.

IMF ເຫັນວ່າ: ເຖິງແມ່ນວ່າບັນຫາຕ່ອງໂສ້ການສະໜອງທີ່ເກີດມາຈາກລາຄາສິນຄ້າລາຍໃຫຍ່ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ແລະ ການເມືອງພູມີພາກຢູ່ຕາເວັນອອກກາງມີການປ່ຽນແປງນັ້ນ ໄດ້ພາໃຫ້ເກີດມີຄວາມສ່ຽງອັນໃໝ່ກໍຕາມ, ແຕ່ຄວາມອາດເປັນໄປໄດ້ທີ່ເສດຖະກິດຈະຊຸດໂຊມລົງຢ່າງວ່ອງໄວຍ້ອນລັດຖະບານປະຕິບັດມາດຕະການຮັດກຸມພາຍຫຼັງໄພເງິນເຟີ້ທີ່ພວກເຮົາມີຄວາມເປັນຫ່ວງນຳນັ້ນ ໄດ້ຫຼຸດລົງແລ້ວ. IMF ຄາດຄະເນວ່າ: ອັດຕາເງິນເຟີ້ທົ່ວໂລກໃນປີ 2024 ແມ່ນ 5,8%, ໃນປີ 2025 ແມ່ນ 4,4%; ໃນປີ 2024 ອັດຕາເງິນເຟີ້ຂອງກຸ່ມເສດຖະກິດທີ່ພັດທະນາແລ້ວໄດ້ຫຼຸດລົງເປັນ 2.6% ແລະ ໃນປີ 2025 ຈະຫຼຸດລົງເປັນ 2%.